spot_img
Homeຂ່າວພາຍ​ໃນຮັບຮອງແລ້ວ "ຕາແສງຊ້າງມີໄຊ" ຢູ່ທີ່ເມືອງໄຊທານີ ນວ ມີທັງໝົດ 23 ບ້ານ

ຮັບຮອງແລ້ວ “ຕາແສງຊ້າງມີໄຊ” ຢູ່ທີ່ເມືອງໄຊທານີ ນວ ມີທັງໝົດ 23 ບ້ານ

Published on

ຮັບຮອງສ້າງຕັ້ງຕາແສງທຳອິດ ຂອງນະຄອນຫຼວງວຽງຈັນ ຢູ່ເມືອງໄຊທານີ ຊື່ວ່າ “ຕາແສງຊ້າງມີໄຊ” ມີ 23 ບ້ານ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ເມືອງໄຊທານີ ປະກອບມີ 104 ບ້ານ, ເມື່ອແບ່ງເປັນ 5 ຕາແສງກໍຈະຖືກຕາແສງໜຶ່ງ 20-24 ບ້ານ ຊຶ່ງກຳນົດເອົາ 23 ບ້ານຂອງ 4 ກຸ່ມບ້ານເຂດຝາກນໍ້າງື່ມອອກໄປເປັນຕາແສງໜຶ່ງ ເຫັນວ່າຖືກຕ້ອງສອດຄ່ອງກັບນິຕິກຳ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ.

ສໍາລັບຕາແສງຈະສ້າງຕັ້ງທົດລອງນີ້ຊື່ວ່າ “ຕາແສງຊ້າງມີໄຊ” ມີເນື້ອທີ່ທັງໝົດ 358 ກິໂລຕາແມັດ ຫຼື 35,8 ເຮັກຕາ ປະກອບມີ 23 ບ້ານ (ຊຶ່ງແມ່ນບັນດາບ້ານເປົ້າໝາຍທີ່ຈະສ້າງເມືອງໃໝ່ໃນເມື່ອກ່ອນ) ຄື: ບ້ານໂພນໄຮຄໍາ, ໂພນໂຮງ, ຫາດກ້ຽງ, ຫາດພະອິນ, ໂພນຄໍ້, ນາກຸງ, ທົ່ງມັ່ງ, ຂຸດສາມບາດ, ຊຳບອນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈຳປາ, ຫົວຂົວ, ຫົວນາ, ນາຄັນທຸງ, ນາຄາຍ, ໂພນແພງ, ນາໂງມເກົ່າ, ນາໂງມໃໝ່ ແລະ ບ້ານນາຕານ, ມີພົນລະເມືອງທັງໝົດ 35,577 ຄົນ, ເປັນຍິງ 17,878 ຄົນ, ມີ 6,043 ຄອບຄົວ, ມີ 6,736 ຫຼັງຄາເຮືອນ, ມີ 474 ໜ່ວຍ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...