Homeຂ່າວພາຍ​ໃນກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

Published on

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ ຄົບຮອບ 50 ປີ, ຢູ່ນະຄອນໂຮ່ຈີມິນ ສສ ຫວຽດນາມ, ທີ່ຈະຈັດຂຶ້ນ ໃນວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້, ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ພ້ອມຄະນະ, ໂດຍມີສະຫາຍ ພັນເອກ ຟານຮູ້ຍ ຕຽບ ຮອງຫົວໜ້າກົມທະຫານຊາຍແດນ ສສ ຫວຽດນາມ ພ້ອມຄະນະໃຫ້ການຕ້ອນຮັບ ຢູ່ທີ່ດ່ານ ສາກົນ ລາວ ບາວ.

ສະຫາຍ ພັນເອກ ສົມແພງ ແກ້ວສີລາ ໄດ້ກ່າວສະເເດງຄວາມຂອບໃຈ ຕໍ່ສະຫາຍ ຟານຮູ້ຍ ຕຽບ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະຊຸມທຸກເຫື່ອແຮງ ນໍາພາ-ຊີ້ນໍາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ທີ່ຈະເຂົ້າຮ່ວມເດີນຂະບວນສວນສະໜາມ ໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ສສ ຫວຽດນາມຄົບຮອບ 50 ປີ ໃຫ້ສຳເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບໝາກຜົນສູງ. ໃນເວລາຕໍ່ມາຄະນະກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເດີນທາງມາຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ ໂດຍມີສະຫາຍ ພັນເອກ ດິ້ງ ຈ້ອງ ເກີ ຮອງຫົວໜ້າກອງບັນຊາການທະຫານແຂວງ ບິງເຊື່ອງ ພ້ອມຄະນະໃຫ້ການຕ້ອນຮັບ.

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...