spot_img
Homeນານາສາລະບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ "Seed Store"

ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ “Seed Store”

Published on

ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ “Seed Store” ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ ພ້ອມເປົ້າໝາຍຖືສ່ວນແບ່ງຕະຫຼາດ 70% ແລະ ຕັ້ງປະເທດໄທໃຫ້ເປັນສູນກາງນະວັດຕະກຳຜະລິດຕະພັນໃນພາກພື້ນ.

Alliance Laundry Systems ໄດ້ເປີດເຜີຍວ່າ ທິດທາງຂອງທຸລະກິດຮ້ານຊັກຜ້າໃນປີ 2025 ຄາດວ່າຈະເຕີບໂຕ ເນື່ອງຈາກການຟື້ນຕົວທີ່ດີຂອງການທ່ອງທ່ຽວ. ບໍລິສັດໄດ້ປະກາດຍຸດທະສາດໃນການຂະຫຍາຍທຸລະກິດໂດຍໃຊ້ຮູບແບບ “Seed Store” ມຸ່ງເປົ້າເຂົ້າສູ່ຕະຫຼາດ 4 ປະເທດ (VIP+) ໃນພາກພື້ນຄື: ຫວຽດນາມ, ອິນໂດເນເຊຍ, ຟິລິປປິນ ແລະ ກຳປູເຈຍ, ຊຶ່ງເປັນຕະຫຼາດທີ່ມີສັກກະຍະພາບສູງໃນອາຊີຕາເວັນອອກສ່ຽງໃຕ້ ທີ່ກຳລັງພັດທະນາອຸດສາຫະກຳຮ້ານຊັກຜ້າ ດ້ວຍເຄື່ອງອຸດສາຫະກຳ. ບໍລິສັດມີແຜນເປີດ 300 ສາຂາໃໝ່ ໂດຍມີເປົ້າໝາຍທີ່ຈະຄອບຄອງສ່ວນແບ່ງຕະຫຼາດປະມານ 70% ແລະ ຂະຫຍາຍ StarLab ໃນຈັງຫວັດຊົນບຸລີ (ປະເທດໄທ)ໃຫ້ເປັນສູນວິໄຈ ແລະ ການພັດທະນາຜະລິດຕະພັນຊັກຜ້າໃນອາຊີ ເພື່ອຮອງຮັບການເຕີບໂຕຂອງຕະຫຼາດໃນພາກພື້ນ.

ທ່ານ Eddie Tay, ຜູ້ອຳນວຍການສູງສຸດຂອງພາກພື້ນອາຊີ-ປາຊິຟິກ ບໍລິສັດ Alliance Laundry Systems LLC, ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງຊັກຜ້າອຸດສາຫະກຳທີ່ໃຫຍ່ທີ່ສຸດໃນໂລກ, ກ່າວວ່າ ຕະຫຼາດຮ້ານຊັກຜ້າສາກົນຄາດວ່າຈະເຕີບໂຕໃນປີ 2025 ເນື່ອງຈາກການຟື້ນຕົວຂອງພາກການທ່ອງທ່ຽວ ແລະ ການເຕີບໂຕຢ່າງຕໍ່ເນື່ອງໃນຕະຫຼາດຕ່າງໆເຊັ່ນ: ອາເມລິກາ, ຢູໂຣບ, ຕາເວັນອອກກາງ ແລະ ອາຊີ-ປາຊິຟິກ (APAC) ໃນປີ 2024. ເຖິງຢ່າງໃດກໍຕາມ, ຄວາມບໍ່ໝັ້ນຄົງດ້ານການເມືອງໃນໄທ, ການເລືອກຕັ້ງໃນອິນໂດເນເຊຍ ແລະ ເກົາຫຼີໃຕ້, ພ້ອມທັງການອ່ອນຄ່າຂອງເງິນເຢນໃນປະເທດຍີ່ປຸ່ນ ໄດ້ສົ່ງຜົນກະທົບຕໍ່ຍອດຂາຍ, ເຮັດໃຫ້ຍອດຂາຍໃນເຄິ່ງປີທຳອິດຕ່ຳກວ່າທີ່ຄາດການໄວ້, ແຕ່ມີການຄາດການໄວ້ວ່າ ຈະມີການຟື້ນຕົວໃນເຄ່ິ່ງປີຫຼັງ. ເຖິງແມ່ນວ່າ ຍອດຂາຍລວມຂອງບໍລິສັດ ຈະຫຼຸດລົງເລັກໜ້ອຍເມື່ອທຽບກັບປີກ່ອນ, ແຕ່ຕະຫຼາດສາກົນຍັງຂະຫຍາຍໂຕຕໍ່ເນື່ອງຜ່ານການຂະຫຍາຍຮ້ານ, ການເປີດສາຂາໃໝ່ ແລະ ການປ່ຽນເຄື່ອງໃໝ່ແທນເຄື່ອງເກົ່າ.

“ໃນປີນີ້, ບໍລິສັດໄດ້ກຽມພ້ອມເດີນໜ້າດ້ວຍແຜນການ Seed Store ເພື່ອເຂົ້າສູ່ຕະຫຼາດໃນອາຊຽນ, ໂດຍໃນເບື້ອງຕົ້ນຈະເນັ້ນໃສ່ 4 ປະເທດ VIP+ ເຊັ່ນ: ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກໍາປູເຈຍ, ເລັ່ງເປົ້າໝາຍຄືການເປີດ 300 ສາຂາໃໝ່ ແລະ ຄອງສ່ວນແບ່ງຕະຫຼາດໃຫ້ໄດ້ປະມານ 70%. ນີ້ເປັນຄວາມທ້າທາຍທີ່ສໍາຄັນ, ໂດຍສະເພາະໃນຕະຫຼາດຫວຽດນາມ ແລະ ຟີລິບປິນ, ເຊິ່ງຖືວ່າເປັນຕະຫຼາດໃໝ່, ເນື່ອງຈາກເປັນບ່ອນທີ່ນັກລົງທຶນສ່ວນໃຫຍ່ຄຸ້ນເຄີຍກັບການໃຊ້ເຄື່ອງຈັກຂະໜາດນ້ອຍ ຫຼື ເຄື່ອງຈັກສຳລັບທຸລະກິດທົ່ວໄປຫຼາຍກວ່າເຄື່ອງຈັກອຸດສາຫະກໍາທີ່ບໍລິສັດຈະຂາຍ. ດ້ວຍຄວາມສາມາດຂອງ ALS, ລວມທັງແຮງງານທີ່ມີທັກສະ, ຜະລິດຕະພັນທີ່ຫຼາກຫຼາຍ ແລະ ໂຮງງານມາດຕະຖານສາກົນ, ພວກເຮົາໄດ້ລົງທຶນ 150 ລ້ານບາດໄທເພື່ອຂະຫຍາຍຫ້ອງທົດລອງ StarLab ໃນຈັງຫວັດ ຊົນບູລີ, ຈຸດປະສົງເພື່ອຍົກລະດັບໃຫ້ເປັນສູນກາງການຄົ້ນຄວ້ານະວັດຕະກໍາ ແລະ ການພັດທະນາຜະລິດຕະພັນສໍາລັບເຄື່ອງຈັກຊັກຜ້າອາຊີ, ຄາດວ່າຈະສໍາເລັດປະມານເດືອນເມສາປີນີ້. ນີ້ຖືເປັນກ້າວສໍາຄັນໃນການພັດທະນາຜະລິດຕະພັນ ແລະ ນໍາສະເໜີວິທີແກ້ໄຂທີ່ກ້າວໜ້າກວ່າເກົ່າເຂົ້າສູ່ຕະຫຼາດ, ໂດຍມີເປົ້າໝາຍການເຕີບໂຕຂອງຍອດຂາຍ 10% ໃນຕະຫຼາດ APAC ໃນປີນີ້.”

ທ່ານ Sukri Kirai, ຜູ້ອໍານວຍການຝ່າຍຂາຍປະຈຳອາຊີຕາເວັນອອກສ່ຽງໃຕ້ ຂອງ Alliance Laundry Systems LLC, ກ່າວວ່າ ຕະຫຼາດໄທຍັງຄົງເປັນຕະຫຼາດທີ່ໜ້າດຶງດູດທີ່ສຸດສໍາລັບການລົງທຶນໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເນື່ອງຈາກຜູ້ບໍລິໂພກຊາວໄທເປີດໃຈ ແລະ ເຂົ້າໃຈຮູບແບບທຸລະກິດຮ້ານຊັກຜ້າອັດຕະໂນມັດເປັນຢ່າງດີ. ບໍລິສັດຈຶ່ງຈະສືບຕໍ່ສົ່ງເສີມການຂະຫຍາຍຕະຫຼາດໄປສູ່ຫຼາຍໆຈັງຫວັດ ຜ່ານໂຄງການ “ໜຶ່ງເມືອງໜຶ່ງຮ້ານຊັກຜ້າ” ຫຼື “One District One Laundromat”, ເຊິ່ງປະສົບຜົນສໍາເລັດຫຼາຍໃນຊ່ວງສອງປີທີ່ຜ່ານມາ, ຈາກການເປີດຮ້ານຊັກຜ້າໃຫມ່ໄດ້ເກືອບທຸກເມືອງ ນອກເຂດຕົວເມືອງໃຫຍ່. ງົບປະມານທາງການຕະຫຼາດໄດ້ຖືກເພີ່ມຂຶ້ນເພື່ອເນັ້ນໃສ່ກຸ່ມຜູ້ໃຊ້ ຫຼື ກຸ່ມລູກຄ້າເປົ້າໝາຍເພື່ອສ້າງຖານລູກຄ້າ, ເຂົ້າໃຈຜົນປະໂຫຍດຂອງຮ້ານຊັກຜ້າເມື່ອທຽບກັບການຊັກຜ້າຢູ່ບ້ານ, ລວມທັງຄວາມສະອາດ, ການປະຢັດຕົ້ນທຶນ ແລະ ການປະຫຍັດເວລາ. ປັດຈຸບັນ, ມີຮ້ານຊັກຜ້າປະມານ 3,708 ແຫ່ງໃນປະເທດໄທທີ່ນຳໃຊ້ເຄື່ອງຈັກຂອງ ALS ແລະ ຄາດວ່າຈໍານວນນີ້ຈະເພີ່ມຂຶ້ນເຖິງ 4,400 ແຫ່ງພາຍໃນປີ 2025 ເຊີ່ງມີອັດຕາການເຕີບໂຕປະມານ 19% ຈາກປີ 2024.

“ພວກເຮົາກໍາລັງກ້າວເຂົ້າສູ່ຍຸກທີ່ຮ້ານຊັກຜ້າ ຈະກາຍເປັນສ່ວນໜຶ່ງໃນຊີວິດປະຈໍາວັນ, ເນື່ອງຈາກພຶດຕິກໍາຂອງຜູ້ບໍລິໂພກກໍາລັງປ່ຽນແປງຢ່າງວ່ອງໄວ. ຄົນເລີ່ມຊອກຫາຮ້ານຊັກຜ້າຫຼາຍກວ່າການຊັກຜ້າຢູ່ບ້ານ, ເນື່ອງຈາກເຄື່ອງຈັກອຸດສາຫະກໍາໃຫ້ຄຸນນະພາບການຊັກທີ່ດີກວ່າ, ທັງປະຢັດເວລາ ແລະ ຫຼຸດຕົ້ນທຶນໃນໄລຍະຍາວ. ໃນອີກຫ້າປີຂ້າງໜ້າ, ຕະຫຼາດຮ້ານສະດວກຊັກໃນອາຊີຕາເວັນອອກສ່ຽງໃຕ້ ຄາດວ່າຈະເຕີບໂຕຢ່າງຫຼວງຫຼາຍເນື່ອງຈາກສອງປັດໄຈຫຼັກ: 1, ບັນດາປະເທດ VIP+ ທີ່ມີປະຊາກອນລວມປະມານ 489 ລ້ານຄົນ ຈະກາຍເປັນຕະຫຼາດໃຫຍ່ທີ່ສຸດໃນພາກພື້ນ. 2, ຕະຫຼາດໃນ ສິງກະໂປ ແລະ ມາເລເຊຍ ຈະປ່ຽນໄປສູ່ການຊື້ເຄື່ອງຈັກທົດແທນຕ່າງໆຫຼາຍຂຶ້ນ.”

ທ່ານ Benjamin Leo Dobbs, ຜູ້ອໍານວຍການຝ່າຍບໍລິຫານປະຈຳພາກພື້ນອາຊີ-ປາຊີຟິກ ຂອງ Alliance Laundry Systems LLC ກ່າວວ່າ, “ຫຼັງຈາກ 117 ປີແຫ່ງຄວາມສໍາເລັດ, ພວກເຮົາໄດ້ຈັດງານ ‘ALS Distributor Awards 2024 — Southeast Asia’ ເພື່ອຂອບໃຈຕົວແທນຈໍາໜ່າຍຂອງພວກເຮົາໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ເປີດໂຕເຄື່ອງຊັກ ‘Stax-X’ ລຸ້ນໃໝ່, ເປັນເຄື່ອງຊັກຜ້າແບບຝາດ້ານເທິງທີ່ໃຊ້ງານງ່າຍ ພ້ອມລະບົບປຸ່ມກົດສີຂາວ ອອກແບບມາເພື່ອປະຢັດພື້ນທີ່ໃນການໃຊ້ງານ ໂດຍມີສອງຂະໜາດຄື: Stax-X 30lb ແລະ Stax-X 50lb. ນອກຈາກນີ້, ບໍລິສັດຍັງເປີດໂຕ ເຄື່ອງຈັກຊັກ-ອົບແຫ້ງລຸ້ນໃໝ່ ທີ່ຊ່ວຍໃຫ້ລູກຄ້າຊັກ ແລະ ອົບແຫ້ງເຄື່ອງນຸ່ງ ໃນເຄື່ອງດຽວພາຍໃນເວລາໜຶ່ງຊົ່ວໂມງໂດຍບໍ່ຕ້ອງຍ້າຍເຄື່ອງນຸ່ງໄປມາລະຫວ່າງເຄື່ອງຈັກ.”

ນອກຈາກການຂະຫຍາຍຕະຫຼາດແລ້ວ, ALS ໃຫ້ຄວາມສໍາຄັນກັບຄວາມຍືນຍົງໂດຍການຈັດຕັ້ງມາດຕະການຕ່າງໆເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມເຊັ່ນ: ການຣີໄຊເຄີນເຈ້ຍ ແລະ ຂີ້ເຫຍື້ອພລາສຕິກ, ການນຳນໍ້າກັບມາໃຊ້ໃຫມ່ໃນຫ້ອງທົດລອງ, ການຕິດຕັ້ງແຜງພະລັງງານແສງຕາເວັນເທິງຫຼັງຄາໂຮງງານ (ໂຊລ່າເຊວ) ແລະ ການຊື້ສິນຄ້າຈາກຜູ້ສະໜອງພາຍໃນທ້ອງຖິ່ນ ແລະ ພາກພື້ນ ເຖິງ 72%  ເພື່ອຫຼຸດຜ່ອນການປ່ອຍກາສກາກບອນ ຫຼື ອາຍພິດຈາກພາວະເຮືອນແກ້ວ ທີ່ເກີດຈາກຂະບວນການຂົນສົ່ງສິນຄ້າ.

ທ່ານ Benjamin ໄດ້ສະຫຼຸບປິດທ້າຍຕື່ມວ່າ “ບໍລິສັດ ALS ເຊື່ອວ່າທຸລະກິດທີ່ເຂັ້ມແຂງຕ້ອງເຕີບໂຕຢ່າງຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ. ດັ່ງນັ້ນ, ພວກເຮົາຈຶ່ງມຸ່ງເນັ້ນທີ່ຈະຫຼຸດການປ່ອຍກາສກາກບອນ ໃນຂະນະທີ່ຂັບເຄື່ອນນະວັດຕະກໍາໃໝ່ໄປພ້ອມກັນ ເພື່ອສ້າງອະນາຄົດທີ່ເປັນມິດຕໍ່ສິ່ງແວດລ້ອມ,”.

ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາຕື່ມຂໍ້ມູນ ແລະ ຄໍາຖາມຂອງທ່ານຜ່ານ contact form, ແລະ ຕົວແທນຂອງ ALS

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...