spot_img
Homeຂ່າວຕ່າງປະເທດຕຳຫຼວດມຽນມາຍຶດເຄຕາມີນ ໜັກ 62 ກິໂລກຣາມ ມູນຄ່າ 2,4 ແສນໂດລາ

ຕຳຫຼວດມຽນມາຍຶດເຄຕາມີນ ໜັກ 62 ກິໂລກຣາມ ມູນຄ່າ 2,4 ແສນໂດລາ

Published on

ຕຳຫຼວດມຽນມາຍຶດເຄຕາມີນມູນຄ່າ 2,4 ແສນໂດລາ ໃນລົດຕ້ອງສົງໃສ ຢູ່ລັດສານ ອີງຕາມສຳນັກຂ່າວຊິນຫົວລາຍງານໃນວັນທີ 3 ກຸມພາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດມຽນມາສາມາດຍຶດຢາເສບຕິດ ປະເພດ ເຄຕາມີນລວມ 62 ກິໂລກຣາມ ຢູ່ບໍລິເວນເສັ້ນທາງໃກ້ກັບໝູ່ບ້ານ Wantarpong ໃນລັດສານ ທາງພາກຕາເວັນອອກ ຂອງ ມຽນມາ.

ເຈົ້າໜ້າທີ່ຕຳຫຼວດປາບປາມຢາເສບຕິດ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ທຳການກວດຄົ້ນລົດໃຫຍ່ຕ້ອງສົງໃສຄັນໜຶ່ງ ເຊິ່ງເດີນທາງມາແຕ່ Mongkhat ເມື່ອທຳການກວດຄົ້ນລົດດັ່ງກ່າວຈຶ່ງພົບ ເຄຕາມີນທີ່ຖືກເຊື່ອງໃສ່ຖົງຊາ 62 ຖົງລວມນ້ຳໜັກປະມານ 62 ກິໂລກຣາມ. ພາຍຫຼັງໄດ້ທຳການສືບສວນ-ສອບສວນຜູ້ຕ້ອງຫາຈຶ່ງຮູ້ວ່າຢາເສບຕິດທັງໝົດ ໄດ້ຖທກນຳມາຈາກເມືອງຍາງ ກຽມສົ່ງໄປໃນຈັງຫວັດທ່າຂີ້ເຫຼັກ ຊາຍແດນໄທ-ມຽນມາ.

ທັງນີ້ເຈົ້າໜ້າທີ່ຕຳຫຼວດປາບປາມຢາເສບຕິດ ຈະທຳການສືບສວນ-ສອບສວນອີກຄັ້ງເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການໃນການຂົນສົ່ງຢາເສບຕິດຄັ້ງນີ້.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...