spot_img
Homeຂ່າວພາຍ​ໃນທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ມູນຄ່າເກືອບ 300 ລ້ານກີບ

ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ມູນຄ່າເກືອບ 300 ລ້ານກີບ

Published on

ເຈົ້າໜ້າທີ່ທຳລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ລັກລອບນຳເຂົ້າລວມມູນຄ່າເກືອບ 300 ລ້ານກີບ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ຍຶດໄດ້ຈາກການ ລັກລອບນຳເຂົ້າ ແລະ ຈຳໜ່າຍ ເຊິ່ງການທຳລາຍຄັ້ງນີ້ ຈັດຂຶ້ນໃນວັນທີ 7 ກຸມພາ 2025 ທີ່ກອງພັນໃຫຍ່ 497.

ທ່ານ ມະໂນສັກ ໄຊສິລິກຸນ ຮອງຫົວໜ້າຂະແໜງການຄ້າພາຍ ໃນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ການຄ້າ ພະ ແນກອຸດສາຫະກໍາ ແລະ ການ ຄ້າ ນວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ໄດ້ເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ຄ້າ ຂາຍນອກລະບົບທຸກຮູບແບບ ໃນໄລຍະບຸນປີໃໝ່ສາກົນ ປີໃໝ່ຊາວຈີນ ແລະ ຊາວຫວຽດນາມ ປີ 2025 ເຊິ່ງໄດ້ກວດກາບັນດາຮ້ານຄ້າ ແລະ ຕະຫຼາດ ໃນນະຄອນຫຼວງວຽງຈັນ ທັງໝົດ 24 ຕະຫຼາດ ແລະ 166 ຮ້ານ ຜ່ານການກວດກາໄດ້ພົບເຫັນການລັກລອບນຳເຂົ້າ ແລະ ຈຳໜ່າຍ ໝາກກະໂພກ ແລະ ບັ້ງ ໄຟດອກ ທີ່ເປັນສິນຄ້າເກືອດຫ້າມນໍາເຂົ້າ ແລະ ຈໍາໜ່າຍ ລວມນ້ຳໜັກທັງໝົດປະມານ 576,6 ກິໂລກຣາມ ຄິດເປັນມູນຄ່າ 295.040.000 ກີບ.

ສະນັ້ນ ເຈົ້າໜ້າທີ່ການຄ້າ ຈຶ່ງໄດ້ເຮັດບົດບັນທຶກກວດກາ ແລະ ຍຶດສິນຄ້າດັ່ງກ່າວ ມາເກັບຮັກສາໄວ້ເພື່ອລໍຖ້າທໍາລາຍຖີ້ມຕາມລະບຽບການ.

ບົດຄວາມຫຼ້າສຸດ

5 ປີ ເມືອງດາກຈຶງ ມີຄະດີອາຍາເກີດຂຶ້ນ 99 ເລື່ອງ ກັກຜູ້ຖືກຫາໄດ້ 129 ຄົນ

ເອົາໃຈໃສ່ຄວາມເປັນລະບຽບ 5 ປີຜ່ານມາ ເມືອງດາກຈຶ່ງມີຄະດີອາຍາເກີດຂຶ້ນທັງໝົດ 99 ເລື່ອງ ໃນ 5 ປີ (2020-2024) ຜ່ານມາ, ທົ່ວເມືອງມີຄະດີອາຍາເກີດຂຶ້ນທັງໝົດ 99 ເລື່ອງ, ກັກຕົວຜູ້ຖືກຫາໄດ້...

ດວງປະຈຳວັນທີ 12 ກຸມພາ 2025

ດວງປະຈຳວັນທີ 12 ກຸມພາ 2025 - ຄົນເກີດວັນຈັນ: ລະວັງມີປາກສຽງກັບຄົນໃນບ່ອນເຮັດວຽກ, ໄດ້ຮັບກຳໄລຈາກການຕໍ່ລອງເຈລະຈາ, ຄົນໂສດຍັງບໍ່ພົບຄົນຖືກໃຈ ຄົນມີຄູ່ຕ້ອງຫາເວລາເຄຍປັນຫາເກົ່າໆ, ລະວັງປັນຫາລະບົບທາງເດີນອາຫານ ຫຼື ອາຫານເປັນພິດ. - ຄົນເກີດວັນຄານ: ວຽກງານລົ້ນມື...

ທ່ານ ໂດໂນ ທຣຳ ລົງນາມຄຳສັ່ງບໍລິຫານ ຍົກເລີກການໃຊ້ທໍ່ເຈ້ຍ ກັບມາໃຊ້ທໍ່ພລາສຕິກ

ທ່ານ ໂດໂນ ທຣຳ ລົງນາມຄຳສັ່ງບໍລິຫານ ຍົກເລີກການໃຊ້ທໍ່ເຈ້ຍ ກັບມາໃຊ້ທໍ່ພລາສຕິກ ປະທານາທິບໍດີ ໂດໂນ ທຣຳ ລົງນາມໃນຄຳສັ່ງຝ່າຍບໍລິຫານ ໃຫ້ຍຸດຕິຄວາມພະຍາຍາມຂອງອາເມລິກາ ໃນການແທນທີ່ທໍ່ດູດພລາສຕິກ ດ້ວຍທໍ່ດູດເຈ້ຍ ເຊິ່ງເປັນການກັບລຳນະໂຍບາຍຂອງອະດີດປະທານາທິບໍດີ ໂຈ...

ໃນປີ 2024 ຜ່ານມາ ມີຄົນເສຍຊີວິດຈາກອັກຄີໄພ ທັງໝົດ 198 ຄັ້ງ ແລະ ເສຍຊີວິດເຖິງ 9 ຄົນ

ໃນປີ 2024 ຜ່ານມາ ມີຄົນເສຍຊີວິດຈາກອັກຄີໄພ ໆັງໝົດ 168 ຄັ້ງ ແລະ ເສຍຊີວິດເຖິງ 9 ຄົນ. ອີງຕາມຂໍ້ມູນຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ,...