ການປັບ​ປຸງ​ໃໝ່ລັດຖະທຳມະນູນ ເພື່ອຮອງຮັບຍຸດທະສາດການພັດທະນາ ຮອດປີ 2025

c44cb16ba5929ff69a0cb561838289da

 

ລັດ​ຖະ​ທຳ​ມະ­ນູນ ຊຶ່ງ​ແມ່ນ​ກົດ­ໝາຍ​ພື້ນ­ຖານ​ຂອງ​ຊາດ​ຖືກ​ນຳ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ ສາ­ມັນ​ເທື່ອ​ທີ 8 ຂອງສະ­ພາ​

ແຫ່ງ​ຊາດ​ຊຸດ​ທີ VII ໃນ​ວັນ​ທີ 17 ທັນ­ວາ 2014 ນີ້ ເພື່ອ​ປັບ­ປຸງ ແລະເພີ່ມ​ເຕີມ​ບາງ​ເນື້ອ​ໃນ, ມາດ­ຕາ​ໃຫ້​ມີ​ຄວາມ​ຖືກ­ຕ້ອງ

​ຕາມ​ຄວາມ​ເປັນ​ຈິງ​ຂອງ​ປະ­ເທດ​ເຮົາ​ໃນ​ປະ­ຈຸ​ ບັນ, ສອດ­ຄ່ອງ​ກັບ​ເງື່ອນ­ໄຂ​ການ​ເຊື່ອມ​ໂຍງ​ທາງ​ເສດ­ຖະ­ກິດ-ສັງ­ຄົມ​ເຂົ້າ​

ກັບ​ພາກ​ພື້ນ-ສາ­ກົນ ສາ­ມາດ​ໃຊ້​ໄດ້​ຍາວ​ນານ ໂດຍ​ສະ­ເພາະ​ແມ່ນ​ເພື່ອ​ຮອງ​ຮັບ​ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ຕະ­

ຫຼອດ​ຮອດ​ຍຸດ​ທະ​ສາດ ການ​ພັດ­ທະ­ນາ​ປະ­ເທດ​ຮອດ​ປີ 2025.

 

ການ​ນຳ​ເອົາ​ຮ່າງ​ລັດ​ຖະ​ທຳ​ມະ­ນູນ ມາ​ປັບ­ປຸງ​ເທື່ອ​ນີ້​ຖື​ເປັນ​ຄັ້ງ​ທີ 2 ນັບ​ແຕ່​ໄດ້ ປະ­ກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ປີ 1991

ແລະ ເທື່ອ​ທຳ​ອິດ​ແມ່ນ​ມີ​ຂຶ້ນ​ເມື່ອ 10 ປີ​ກ່ອນ​ຄື​ປີ 2003.

 

ຕາມ​ບົດ​ສະ­ເໜີ​ການ​ປັບ­ປຸງ​ລັດ​ຖະ​ທຳ​ມະ­ນູນ​ລາຍ​ງານ​ໂດຍ ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ​ຕໍ່​ທີ່

​ປະ­ຊຸມ​ໃຫ້​ຮູ້​ວ່າ: ຕະ­ຫຼອດ​ໄລ­ຍະ 23 ປີ ແຫ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລັດ​ຖະ​ທຳ​ມະ ນູນ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະຊາ

​ຊົນ​ລາວ ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ໃຫ້​ເຕີບ​ໃຫຍ່​ເຂັ້ມ­ແຂງ​ໃນ​ທຸກ​ດ້ານ​ສະ­ແດງ​ອອກ​ຄື ປະ­ເທດ​

ເຮົາ​ແມ່ນ​ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ​ຢ່າງ​ໜັກ​ແໜ້ນ, ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ແລະ ເປັນ​ລະ­ບຽບ​ຮຽບ​ຮ້ອຍ

​ໂດຍ​ພື້ນ­ຖານ, ເສດ­ຖະ­ກິດ-ສັງ­ຄົມ ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ, ການ ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດ­ຖະ­ກິດ-ສັງ­ຄົມ

ດ້ວຍ​ມະ­ຕິ​ຄຳ​ສັ່ງ​ໃນ​ເມື່ອ​ກ່ອນ​ໄດ້​ປ່ຽນ​ແທນ​ການ​ຄຸ້ມ​ຄອງ​ດ້ວຍ​ກົດ­ໝາຍ ເປັນ​ກ້າວໆ ຊຶ່ງ​ລັດ​ຖະ​ທຳ​ມະ­ນູນ​ໄດ້​ເປັນ​ພື້ນ

­ຖານ​ໃຫ້​ປະ­ເທດ​ເຮົາ​ສ້າງ ແລະ ປັບ­ປຸງ​ກົດ­ໝາຍ​ຈຳ­ນວນ 107 ສະ­ບັບ.

 

ແນວ­ໃດ​ກໍ​ຕາມ ໄປ​ຄຽງ​ຄູ່​ກັບ​ຈຸດ​ດີ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລັດ​ຖະ​ທຳ​ມະ­ນູນ ໄລ­ຍະ​ຜ່ານ​ມາ​ຍັງ​ມີ​ບາງ​ຈຸດ​ອ່ອນ​ໃນ ພາກ​ປະ

­ຕິ­ບັດ​ຕົວ​ຈິງ​ເປັນ­ຕົ້ນ​ການ​ສ້າງ­ຕັ້ງ ແລະ ປັບ­ປຸງ​ກົງ­ຈັກ​ລັດ, ການ​ອອກ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ​ລວມ​ເຖິງ​ສະ­ຕິ​ເຄົາ­ລົບ​ກົດ­

ໝາຍ ແລະ ປະ­ຕິ­ບັດ​ລັດ​ຖະ​ທຳ​ມະ­ນູນ​ຂອງ​ປະ­ຊາ­ຊົນ​ລາວ​ທຸກ​ຖ້ວນ​ໜ້າ​ຍັງ​ບໍ່​ທັນ​ ເຂັ້ມ​ງວດ​ເທົ່າ​ທີ່​ຄວນ ດັ່ງ­ນັ້ນ ເພື່ອ​ເສີມ

​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ​ເຂົ້າ​ໃນ​ສອງ​ໜ້າ­ທີ່​ຍຸດ ​ທະ​ສາດ​ໃຫ້​ເຂັ້ມ­ແຂງ​ກວ່າ​ເກົ່າ ຈິ່ງ​ຈຳ­ເປັນ​ຕ້ອງ​ສ້າງ­ຕັ້ງ​ອົງ

­ການ​ສິດ​ອຳ­ນາດ ແລະ ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ​ໃຫ້​ລົງ​ເລິກ​ເຖິງ​ປະ­ຊາ­ຊົນ​ຫຼາຍ​ຂຶ້ນ​ນັ້ນ​ຄື​ ການ​ສ້າງ­ຕັ້ງ​ສະ­ພາ​ທ້ອງ­ຖິ່ນ

ຊຶ່ງ​ຕ້ອງ​ໄດ້​ກຳ­ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ.

 

ໂດຍ​ເທື່ອ​ນີ້​ລວມ​ແລ້ວ​ໄດ້​ປັບ­ປຸງ 5 ໝວດ​ຄື ໝວດ​ສະ­ພາ​ແຫ່ງ​ຊາດ, ປະ­ທານ​ປະ­ເທດ, ລັດ­ຖະ­ບານ, ການ​ປົກ­ຄອງ​ທ້ອງ­

ຖິ່ນ, ສານ​ປະ­ຊາ­ຊົນ, ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ແລະ ໄດ້​ເພີ່ມ​ເຂົ້າ​ໃໝ່​ອີກ 3 ໝວດ​ເຊັ່ນ: ສະ­ພາ​ທ້ອງ­ຖິ່ນ, ການ​ກວດ​

ສອບ​ແຫ່ງ​ລັດ, ຄະ­ນະ​ກຳ­ມະ­ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ແລະ ໄດ້​ປັບ­ປຸງ​ເນື້ອ​ໃນ​ບາງ​ມາດ­ຕາ​ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ­ເປັນ.

 

ເຮັດ​ໃຫ້​ລັດ​ຖະ​ທຳ​ມະ­ນູນ​ສະ­ບັບ​ປັບ ປຸງ​ໃໝ່​ນີ້​ມີ​ທັງ​ໝົດ 14 ໝວດ, 119 ມາດ­ຕາ ເພີ່ມ​ຂຶ້ນ 4 ໝວດ ແລະ 21 ມາດ­ຕາ

ເມື່ອ​ທຽບ­ໃສ່​ສະ­ບັບ​ປີ 2003.

 

ແນວ­ໃດ​ກໍ​ຕາມ ການ​ປັບ­ປຸງ ແລະ ເພີ່ມ​ເຂົ້າ​ໃໝ່​ຂອງ​ລັດ​ຖະ​ທຳ​ມະ­ນູນ​ແມ່ນ​ໄດ້​ກຳ­ນົດ​ເນື້ອ​ໃນ​ກ່ຽວ​ກັບ​ ທີ່​ຕັ້ງ, ພາ­ລະ​ບົດ

­ບາດ, ສິດ ແລະ ໜ້າ­ທີ່​ຂອງ​ແຕ່​ລະ​ອົງ­ການ​ໃຫ້​ຈະ­ແຈ້ງ​ຊັດ​ເຈນ​ກວ່າ​ເກົ່າ.

 

ທ່ານ​ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ກ່າວ​ວ່າ: ເມື່ອ​ລັດ​ຖະ​ທຳ​ມະ­ນູນ​ສະ­ບັບ​ນີ້ ໄດ້​ຮັບ​ການ​ພິ­ຈາ­ລະ­ນາ​ຮັບ­ຮອງ​ຈາກ​ສະ­ພາ​

ແຫ່ງ​ຊາດ​ອົງ­ການ​ອຳ­ນາດ​ແຫ່ງ​ ລັດ ຈະ​ໄດ້​ຮັບ​ການ​ປັບ­ປຸງ, ບູ­ລະ­ນະ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ, ມີ​ປະ​ສິດ­ທິ​ຜົນ; ສິດ​ເປັນ​ເຈົ້າ

​ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ເລິກ ເຊິ່ງ​ສຳ­ຄັນ​ໄປ​ກວ່າ​ນັ້ນ​ເມື່ອ​ຈັດ​ຕັ້ງ​ສະ­ພາ​ປະ­ຊາ­

ຊົນ​ທ້ອງ­ຖິ່ນ​ຂຶ້ນ​ ການ​ຕິດ­ຕາມ​ກວດ­ກາ​ການ​ເຄົາ­ລົບ, ປະ­ຕິ­ບັດ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ​ຂອງ​ສະ­ພາ​ແຫ່ງ​ຊາດ

ແລະ ສະ­ພາ​ປະ­ຊາ­ຊົນ​ທ້ອງ ຖິ່ນ​ຕໍ່​ອົງ­ການ​ລັດ​ລວມ​ທັງ​ອົງ​ການ­ຈັດ­ຕັ້ງ​ອື່ນໆ​ກໍ​ຈະ​ໄດ້​ປະ­ຕິ­ບັດ​ ໃຫ້​ກວ້າງ­ຂວາງ​ກວ່າ​ເກົ່າ

ສາ­ມາດ​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ຕ້ານ ແລະ ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ໂດຍ​ສະ­ເພາະ​ແມ່ນ​ການ​ສໍ້​

ລາດ​ບັງ​ຫຼວງ​ຂອງ​ພະ­ນັກ­ງານ​ທີ່​ມີ​ສິດ​ມີ​ອຳ­ນາດ.

 

ການ​ປັບ­ປຸງ​ລັດ​ຖະ​ທຳ​ມະ­ນູນ​ໄດ້​ຕິດ​ພັນ​ຢ່າງ​ສະ­ໜິດ​ແໜ້ນ​ກັບ​ການ​ກະ­ກຽມ ​ບົດ​ລາຍ​ງານ​ການ­ເມືອງ​ຕໍ່​ກອງ​ປະ­ຊຸມໃຫຍ່​

ຄັ້ງ​ທີ X ຂອງ​ພັກ, ວິ­ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໄລ­ຍະ 10 ປີ (2016-2025) ໃນ­

ຕໍ່­ໜ້າ​ນີ້, ສະ­ນັ້ນ ເມື່ອ​ຖືກ​ຮັບ­ຮອງ​ຈາກ​ສະ­ພາ​ແຫ່ງ​ຊາດ​ແລ້ວ​ຈະ​ເປັນ​ການ​ກະ­ກຽມ​ຮອງ​ຮັບ​ ເອົາ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​

ມະ­ຕິ X ຂອງ​ພັກ​ເຂົ້າ​ສູ່​ຕົວ​ຈິງ​ໄດ້​ໂລດ, ທ່ານ ສົມ​ພັນ ແພງ​ຄຳ​ມີ ກ່າວ.

 

ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ຈະ​ໃຊ້​ເວ­ລາ​ສອງ​ວັນ ເພື່ອ​ຮີບ​ໂຮມ​ຄຳ​ຄິດ​ເຫັນ​ທີ່​ຫຼາກ​ຫຼາຍ ແລະ ເປັນ​ປະ­ໂຫຍດ ຈາກ​ບັນ­ດາ​

ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ທີ່​ປະ­ຊາ­ຊົນ​ເລືອກ​ເປັນ​ຕົວ​ແທນ​ຂອງ ​ຕົນ​ມາ​ນັ່ງ​ໃນ​ສະ​ພາ­ເຂົ້າ​ໃສ່​ໃນ​ຮ່າງ​ລັດ ຖະ​ທຳ​ມະ­ນູນ​ກ່ອນ

​ພິ­ຈາ­ລະ­ນາ​ລົງ​ຄະ­ແນນ​ສຽງ​ຮັບ­ຮອງ​ເອົາ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ