spot_img
Homeຂ່າວພາຍ​ໃນຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນອາດີດປະທານປະເທດ

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນອາດີດປະທານປະເທດ

Published on

ໃນວັນທີ 18 ມັງກອນ 2025, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ນຳກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ຄຳໄຕ ສີພັນດອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໂດຍໃຫ້ການຕ້ອນຮັບຕາງໜ້າຂອງ ທ່ານນາງ ທອງວັນ ສີພັນດອນ.

ສະຫາຍ ວົງສອນ ອິນປານພິມ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ກ່າວຄຳອວຍພອນໄຊອັນປະເສີດມາຍັງທ່ານ ຄຳໄຕ ສີພັນດອນ ແລະ ຄອບຄົວ ຈົງມີສຸຂະພາບເຂັ້ມແຂງ ພາລານະໄມສົມບູນ ໂອກາດນີ້ ທ່ານນາງ ທອງວັນ ສີພັນດອນ ຕາງໜ້າຄອບຄົວສີພັນດອນໄດ້ກ່າວສະແດງຄວາມຂອບໃຈມາຍັງ ຄະນະນຳກະຊວງປ້ອງກັນປະເທດ ທີ່ໄດ້ນຳເອົາກະຕ່າດອກໄມ້ມາອວຍພອນໃນຄັ້ງນີ້.

ໃນເວລາຕໍ່ມາ ພົນຕີ ວົງສອນ ອິນປານພິມ ພ້ອມດ້ວຍຄະນະກໍໄດ້ນຳກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ກໍໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ກ່າວຄຳອວຍພອນໄຊອັນປະເສີດ ມາຍັງ ທ່ານ ຈູມມະລີ ໄຊຍະສອນ ຈົງມີສຸຂະພາບເຂັ້ມແຂງ ພາລານະໄມສົມບູນ ອາຍຸຢືນຍາວນານ ພ້ອມນັ້ນ, ພົນຕີ ວົງສອນ ອິນປານພິມ ກໍໄດ້ລາຍງານສະພາບໂດຍລວມ ພາຍໃນກະຊວງປ້ອງກັນປະເທດ ກໍຄືກອງທັບປັດຈຸບັນໄດ້ສຸມໃສ່ປັບປຸງດ້ານການເມືອງແນວຄິດ ເຄື່ອນໄຫວເຮັດໃຫ້ສະພາບໃນປະເທດ ສະພາບຊາຍແດນ ແລະ ຂອບເຂດໃຈກາງມີຄວາມສະຫງົບ, ໂອກາດນີ້ ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວຂອບໃຈ ມາຍັງ ຄະນະນຳກະຊວງປ້ອງກັນປະເທດ ທີ່ໄດ້ນຳກະຕ່າດອກໄມ້ມາອວຍພອນໃນຄັ້ງນີ້ ທ່ານຍັງໄດ້ຫວນຄືນມູນເຊື້ອຂອງການປະຕິວັດ ເວລາໃດກອງທັບກໍເປັນຫຼັກແຫຼ່ງ ເປັນບ່ອນອີງຂອງການປະຕິວັດ ຍ້ອນມີການຕໍ່ສູ້ກູ້ຊາດອັນພິລະອາດຫານ ແລະ ອົງອາດກ້າແກ່ນບໍ່ຍອມຈຳນົນຂອງບັນດາທ່ານຜູ້ນຳ ວິລະຊົນແຫ່ງຊາດ ນັກຮົບປະຕິວັດລາວຫຼາຍສະຫາຍໄດ້ເສຍເລືອດເນື້ອ ເສຍສະຫຼະຊີວິດເພື່ອຊາດ ເພື່ອປະຊາຊົນ ແລະ ຜື່ນແຜ່ນດິນ ຈຶ່ງມີກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃນມື້ນີ້.

ແຫຼ່ງຂ່າວ: LATV

 

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...