spot_img
Homeຂ່າວຄວາມສະຫງົບປກສ ເມືອງຈັນທະບູລີ ສຶກສາອົບຮົມກຸ່ມມົ້ວສຸມນໍ້າກະທ່ອມ ແລະ ຢາສູບໄຟຟ້າ 100 ກວ່າຄົນ

ປກສ ເມືອງຈັນທະບູລີ ສຶກສາອົບຮົມກຸ່ມມົ້ວສຸມນໍ້າກະທ່ອມ ແລະ ຢາສູບໄຟຟ້າ 100 ກວ່າຄົນ

Published on

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ສົມທົບກັບ ປກສ ກຸ່ມ 5 ໜອງທາ ແລະ ອໍານາດການປົກຄອງບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ເຄື່ອນໄຫວກວດກາ ແລະ ແກ້ໄຂເປົ້າໝາຍມົ້ວສຸມນໍ້າກະທ່ອມ ແລະ ຢາສູບໄຟຟ້າ ຢູ່ຮ້ານສະນຸກເກີ້ ເຂດບ້ານຫ້ວຍຫົງ ໃນວັນທີ 7 ມັງກອນ 2025 ສາມາດກັກຕົວເປົ້າໝາຍມົ້ວສຸມ ແລະ ເຈົ້າຂອງຮ້ານໄດ້ທັງໝົດ 104 ຄົນ ຍິງ 23 ຄົນ ພ້ອມຂອງກາງນໍ້າກະ ທ່ອມ ແລະ ຢາສູບໄຟຟ້າ.

ຫຼັງຈາກນັ້ນ, ໃນວັນທີ 8 ມັງກອນ 2025 ກອງບັນຊາການ ປກສ ເມືອງຈັນທະບູລີ ຈຶ່ງໄດ້ນໍາເປົ້າໝາຍຈໍານວນດັ່ງກ່າວມາສຶກສາອົບຮົມ, ໂດຍການເຂົ້າຮ່ວມຂອງ ພັທ ພອນໃຈ ພາມຸງຄຸນ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ມີອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງ ເຂົ້າຮ່ວມ.

ການສຶກສາອົບຮົມກຸ່ມເປົ້າໝາຍຄັ້ງນີ້, ພັທ ພອນໃຈ ພາມຸງຄຸນ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງນໍ້າກະທ່ອມ ແລະ ຢາສູບໄຟຟ້າ, ປັດຈຸບັນແມ່ນໄດ້ມີການແຜ່ລາມໃນສັງຄົມຊາວໜຸ່ມ-ໄວໜຸ່ມ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການພັດທະ ນາຊັບພະຍາກອນມະນຸດ ກໍຄື ການພັດທະນາຊາວໜຸ່ມ-ໄວໜຸ່ມ ໃນປະຈຸບັນ ທີ່ຈະເປັນອານາຄົດຂອງຊາດ. ນອກຈາກນີ້, ຍັງເຮັດ ໃຫ້ຊາວໜຸ່ມ-ໄວໜຸ່ມ ຫຼົງມົວເມົາໄປກັບສິ່ງເສບຕິດ, ເຮັດໃຫ້ເສຍ ການຮຽນ-ເສຍອານາຄົດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍ. ທັງນີ້, ເພື່ອແນໃສ່ກຸ່ມເປົ້າໝາຍດັ່ງ ກ່າວ ຮັບຮູ້ໄດ້ເຖິງຄວາມໝາຍຄວາມສຳຄັນຂອງລະບຽບການຕ່າງໆ, ຮູ້ ແລະ ຈຳແນກໄດ້ສິ່ງທີ່ຜິດ, ຖືກ ແລະ ແນວທາງນະໂຍ ບາຍຂອງພັກ-ລັດ.

ທີ່ມາ: ວາລະສານປ້ອງກັນຄວາມສະຫົງົບ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...