spot_img
Homeຂ່າວທ້ອງຖິ່ນແຂວງຊຽງຂວາງອອກແຈ້ງການ ເວລາເປີດ-ປິດ ການບໍລິການ ໃຫ້ຖຶກຕ້ອງຕາມລະບຽບການທີ່ກໍານົດໄວ້ຢ່າງເຂັ້ມງວດ

ແຂວງຊຽງຂວາງອອກແຈ້ງການ ເວລາເປີດ-ປິດ ການບໍລິການ ໃຫ້ຖຶກຕ້ອງຕາມລະບຽບການທີ່ກໍານົດໄວ້ຢ່າງເຂັ້ມງວດ

Published on

ແຂວງຊຽງຂວາງອອກແຈ້ງການຈັດຕັ້ງປະຕິບັດເວລາ, ໃນການເປີດ-ປິດການບໍລິການ, ຮັກສາໄດ້ຄວາມເປັນລະບຽບ ແລະ ຮັບປະກັນຄວາມສະຫງົບປອດໄພ.

ເພື່ອໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນທາງດ້ານຄວາມສະຫງົບ ປອດໄພ ປາສະຈາກສິ່ງເສບຕິດ ແລະ ສຽງເນື່ອງນັ້ນທີ່ອາດເກີດຂື້ນກັບບັນດາຫົວຫນ່ວຍທຸລະກິດການທ່ອງທ່ຽວ ໃນຊ່ວງງານ ບຸນເຂົ້າໄກ່ນ້ອຍ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2024, ບຸນກິນຈຽງເຜົ່າມົ້ງ 2024 ແລະ ສະເຫຼີມສະຫຼອງປີໃຫມ່ສາກົນ 2025 ສະນັ້ນ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ໃນນາມຜູ້ຮັບຜິດຊອບມະຫາພາກ ຈິ່ງຂໍອະນຸຍາດແຈ້ງມາຍັງຫົວຫນ່ວຍທຸລະກິດ ຜູ້ປະກອບການສະຖານທີ່ພັກໂຮງແຮມ, ຮ້ານອາຫານ ແລະ ຮ້ານບັນເທິງ ທີ່ດໍາເນີນທຸລະກິດຢູ່ ແຂວງຊຽງຂວາງ ໃຫ້ປະຕິບັດໂມງເວລາໃນການເປີດ-ປິດ ການບໍລິການ ໃຫ້ຖຶກຕ້ອງຕາມລະບຽບການທີ່ກໍານົດໄວ້ຢ່າງເຂັ້ມງວດ ເຊິ່ງ ມີລາຍລະອຽດດັ່ງນີ້:

1. ຮ້ານອາຫານ, ສະຖານທີ່ພັກແຮມ ປິດບໍລິການບໍ່ໃຫ້ກາຍເວລາ 23 ໂມງ 30 ນາທີຢ່າງເດັດຂາດ ບໍ່ໃຫ້ລະດັບສຽງກາຍ 80 ເດຊີເບວ ຕາມທີ່ກໍານົດໄວ້ໃນກົດຫມາຍວ່າດ້ວຍສິລະປະການສະແດງ

2. ສະຖານທີ່ບັນເທິງ ເປີດບໍລິການແຕ່ 18 ໂມງ 00 ແລະ ປິດບໍລິການ 00ໂມງ ພ້ອມທັງຮັບປະກັນບໍ່ໃຫ້ ລະດັບສຽງກາຍ 85 ເດຊີເບວ, ຕາມທີ່ກໍານົດໄວ້ໃນດໍາລັດວ່າດ້ວຍການບັນເທິງ ແລະ ຄໍາສັ່ງຂອງທ່ານເຈົ້າ ແຂວງໆຊຽງຂວາງສະບັບເລກທີ 08/ຊຂ ລົງວັນທີ 07 ກັນຍາ 2023.

3. ຫົວຫນ່ວຍທຸລະກິດການທ່ອງທ່ຽວ ທຸກໆຫົວຫນ່ວຍຕ້ອງບໍລິການ ໃຫ້ຖືກຕ້ອງຕາມໃບອະນຸຍາດ ທີ່ພາກສ່ວນກ່ຽວຂ້ອງອະນຸຍາດໃຫ້

4. ຫ້າມຮ້ານອາຫານ ແລະ ສະຖານບັນເທິງ ຈໍາຫນ່າຍສິ່ງເສບຕິດ ປະເພດຕ່າງໆເຊັ່ນ: ນໍ້າກະທ່ອມ, ປຸມເປົ້າ, ຢ່າສູບໄຟຟ້າ, ບຣາລາກູ, ສານລະເຫີຍ, ຢາມ້າ, ກັນຊາ ແລະ ສິ່ງເສບຕິດອື່ນໃຫ້ແກ່ຜູ້ມາໃຊ້ບໍລິການເດັດຂາດ ( ຖ້າເຈົ້າຫນ້າທີ່ກວດພົບເຫັນມີຫຼັກຖານຈະໄດ້ສຶກສາອົບຮົມ, ປັບໃຫມ ແລະ ດໍາເນີນຄະດີຕາມລະບຽບກົດຫມາຍ ໂຈະ ຫຼື ປິດກິດຈະການດັ່ງກ່າວທັນທີ )

ສະນັ້ນ, ຈຶ່ງແຈ້ງມາຍັງຜູ້ປະກອບການທຸລະກິດເພື່ອຮັບຊາບ ແລະ ຈັດຕັ້ງຈັດຕັ້ງປະຕິບັດຢ່າງເຂັ້ມງວດ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...