spot_img
Homeຂ່າວພາຍ​ໃນຈັບໄວລຸ້ນໃຈໂຫດ ກໍ່ເຫດຄາດຕະກຳແມ່ຕູ້ 70 ປີ ເພື່ອປຸ້ນຊັບ

ຈັບໄວລຸ້ນໃຈໂຫດ ກໍ່ເຫດຄາດຕະກຳແມ່ຕູ້ 70 ປີ ເພື່ອປຸ້ນຊັບ

Published on

ຕາມການລາຍຂອງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຊະນະສົມບູນ ໃຫ້ຮູ້ວ່າ : ໃນຄັ້ງວັນທີ 8 ຕຸລາ 2024 ນີ້, ເວລາ 18 ໂມງ ເຈົ້າໜ້າທີ່ໄດ້ຮັບການລາຍງານຈາກອໍານາດການປົກຄອງບ້ານຈໍາປີ, ເມືອງ ຊະນະສົມບູນ ວ່າ: ມີຄົນເສຍຊີວິດຢູ່ ບ້ານ ຈໍາປີ, ເມືອງຊະນະສົມບູນ, ແຂວງຈຳປາສັກ ຈາກນັ້ນ ກອງບັນຊາການ ປກສ ເມືອງ ຊະນະ ສົມບູນ ໄດ້ແຕ່ງຕັ້ງພະແນກວິຊາສະເພາະປະສານສົມທົບກັບຫ້ອງຕຳຫຼວດ ປກສ ແຂວງ, ອໍານາດການ ປົກຄອງບ້ານ ລົງກວດກາຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ ຈິ່ງສາມາດຮູ້ໄດ້ວ່າ: ຜູ້ເສຍຊີ ວິດຊື່ນາງ ພູມມະລີ ອາຍຸ 70 ປີ, ເຊື້ອຊາດ, ສັນຊາດລາວ, ປະຊາຊົນ, ຢູ່ບ້ານຈໍາປີ, ເມືອງ ຊະນະ ສົມບູນ.

May be an image of 3 people, people studying, table and chess

ຜ່ານການກວດກາຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ ແມ່ນພົບວ່: ເສຍຊີວິດຍ້ອນຖືກຄາດຕະກຳແທ້ ດ້ວຍວັດຖຸຂອງແຂງກະທົບໃສ່ບໍລິເວນ ຫົວຫຼາຍຈຸດ, ຈາກນັ້ນ ທາງເຈົ້າໜ້າໄດ້ເກັບກຳຂໍ້ມູນຫຼັກຖານ ຢູ່ຂອບເຂດສະຖານທີ່ເກີດເຫດ ເພື່ອຊອກຫາຜູ້ກະທຳຜິດ. ຕົກມາຮອດວັນທີ 9 ຕຸລາ 2024, ເວລາ 21 ໂມງ 30 ນາທີ ທາງເຈົ້າໜ້າທີ່ຈິ່ງສາມາດກັກຕົວທ້າວ ອ່ອນຈັນ (ອ່ອນຄໍາ) ອາຍຸ 15 ປີ, ເຊື້ອຊາດລາວ, ສັນຊາດລາວ, ຊາວນາ, ຢູ່ ບ້ານຈໍາປີ, ເມືອງຊະນະສົມບູນ, ແຂວງຈຳປາສັກ ມາດໍາເນີນການສືບສວນ-ສອບສວນ.

ຜ່ານການສອບສວນຜູ້ກ່ຽວ ຮັບສາລະພາບວ່າ: ໃນຄັ້ງ 8 ຕຸລາ 2024 ເວລາປະມານ 10 ໂມງເຊົ້າ ໄດ້ຍ່າງອອກຈາກເຮືອນ ຈຸດປະສົງຈະໄປນາເພື່ອເບິ່ງງົວ, ພໍຍ່າງໄປ ຮອດຂອບເຂດເຮືອນຂອງນາງ ພູມມະລີ, ຜູ້ກ່ຽວໄດ້ສັງເກດເຫັນນາງ ພູມມະລີ ຍ່າງຢູ່ເຮືອນຄົວຊັ້ນລຸ່ມຄົນດຽວ ຈິ່ງເກີດມີຄວາມຄິດຢາກໄດ້ເງິນເພື່ອໄປໃຊ້ຈ່າຍ ແລະ ຊື້ບັດເຕີມເງິນເພື່ອຫຼິ້ນເກມ, ຈຶ່ງຍ່າງເຂົ້າໄປຈັບເອົາໄມ້ຄ້ອນກົມ(ລົ້ນຝົນ) ຍາວປະມານ 30ຊັງຕີ ແມັດ ຢູ່ບໍລິເວນເດີ່ນບ້ານຂ້າງເຮືອນ ແລ້ວຍ່າງຕາມຫຼັງ ນາງ ພູມມະລີ ທີ່ພວມຍ່າງເຂົ້າໄປໃນຫ້ອງນໍ້າ ແລ້ວໃຊ້ໄມ້ຄອນດັ່ງກ່າວຕີໃສ່ບໍລິເວນຫົວຂອງນາງ ພູມມະລີ ຈຳນວນຫຼາຍບາດ (ຕີທາງເບື້ອງຫຼັງ) ເຮັດໃຫ້ນາງ ພູມມະລີ ໝົດສະຕິລົ້ມລົງພື້ນຫ້ອງນໍ້າ ແລ້ວຊອກຄົ້ນຕົນໂຕພົບເຫັນເງິນກີບຢູ່ໃນຖົງເສື້ອ ຈໍານວນ 420,000 ກີບ, ເຫັນວ່ານາງ ພູມມະລີ ຍັງບໍ່ທັນຕາຍ ຈິ່ງເອົາເຊືອກຫົວສົ້ງມາຮັດຄໍ ປະມານ 10 ວິນາທີ ຈຶ່ງພົບເຫັນສາຍຄໍຄ້າຍຄືຄໍາ ຈໍານວນ 1 ເສັ້ນຢູ່ຄໍຂອງ ນາງ ພູມ ມະລີ ຈຶ່ງໄດ້ປົດເອົາ.

ພາຍຫຼັງໄດ້ຊັບສິນແລ້ວກໍ່ເອົາເຊືອກ ແລະ ເອົາໄມ້ຄ້ອນໄປ ແກ່ວງຖິ້ມລົງແມ່ນໍ້າເຊໂດນ(ຫຼັງບ້ານຂອງນາງ ພູມມະລີ) ແລ້ວຢ່າງອອກເມື່ອນາ. ແລ້ວກໍ່ຢ່າງກັບມາເຮືອນເອົາເງິນໄປເຊື່ອງໃວ້ຢູ່ຕູ້ເສື້ອຜ້າຫ້ອງນອນ ແລະ ສາຍຄໍຄໍາໄປເຊື່ອງໃວ້ຢູ່ເດີ່ນບ້ານເຊິ່ງຫົວບ່ອນ ນອນຂອງຜູ້ກ່ຽວ, ຮອດວັນທີ 9 ຕຸລາ 2024 ເວລາປະມານ 21 ໂມງ ທາງເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ກັກຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ. ສາເຫດ ແລະ ແຮງຈູງໃນການຄາດຕະກຳຄັ້ງນີ້ແມ່ນເພື່ອຫວັງເອົາຊັບສິນໄປຂາຍແລະເອົາເງິນ ໄປໃຊ້ຈ່າຍ ແລະ ຊື້ບັດເຕີມໂທລະສັບ, ສ່ວນລາຍຄະດີດັ່ງກ່າວແມ່ນມອບໃຫ້ພະແນກຕຳຫຼວດສືບສວນ-ສອບສວນ ແຂວງ ຈຳປາສັກ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ອົງການ Oxfam ຊຸກຍູ້ໃຫ້ມີການເຊື່ອມໂຍງເຂົ້າກັນໃນເວທີປາໄສອາຊຽນ

ທ່ານ ຈອນ ຊາມູເອນ (John Samuel) ຈາກອົງການ Oxfam ຊຸກຍູ້ໃຫ້ມີການເຊື່ອມໂຍງເຂົ້າກັນໃນເວທີປາໄສອາຊຽນ. ໃນເວທີປາໄສທຸລະກິດອາຊຽນ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ກັນຍາ ທີ່ຜ່ານມາ, ທ່ານ...

ພະຍາກອນອາກາດ ປະຈໍາວັນທີ 16 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ...

ຊີ້ແຈງແລ້ວ! ກໍລະນີນັກທ່ອງທ່ຽວ ຍາດກັນຂຶ້ນລົດໄຟຟ້າ ທີ່ຕາດກວາງຊີ

ໃນວັນທີ 15 ຕຸລາ 2024 ນີ້ ພະແນກ ຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມທີ່ເປັນຜູ້ຄຸ້ມຄອງ ບໍລິຫານສະຖານທີ່ທ່ອງທ່ຽວນໍ້າຕົກຕາດກາງຊີ ໄດ້ຈັດກອງປະ...

ກັກຕົວຊາຍ! ຂໍ້ຫາເສບ-ຂາຍ ພ້ອມຍຶດຢາບ້າ 48 ເມັດ-ຢາຝີ່ນ 2,5 ກິໂລ

ພາຍຫຼັງເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ເຮືອນຂອງ ທ້າວ ລີທອນ, ອາຍຸ 45 ປີ, ປະຊາຊົນຢູ່ບ້ານຫ້ວຍຫຼວງ, ເມືອງລອງ...