spot_img
Homeຂ່າວພາຍ​ໃນອາຊຽນ-ສ.ເກົາຫຼີ ເຫັນດີຍົກລະດັບການພົວພັນສອງຝ່າຍເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ-ສ.ເກົາຫຼີ ເຫັນດີຍົກລະດັບການພົວພັນສອງຝ່າຍເປັນຄູ່ຮ່ວມມືຮອບດ້ານ

Published on

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ໄດ້ດຳເນີນຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ, ມີບັນດາຜູ້ນຳອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.

อาจเป็นรูปภาพของ 6 คน, ลำโพง, แท่นบรรยาย และ ข้อความ

ໃນໂອກາດນີ້ ບັນດາຜູ້ນຳຂອງອາຊຽນ ແລະ ສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຕະຫຼອດໄລຍະ 35 ປີຜ່ານມາ ແລະ ເຫັນດີຍົກລະດັບການພົວພັນອາຊຽນ-ສ.ເກົາຫຼີ ຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາວ່າດ້ວຍການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ເກົາຫຼີ.

อาจเป็นรูปภาพของ 6 คน และ ข้อความ

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ປຶກສາຫາລືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ ລວມທັງຊຸກຍູ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສຶກສາ, ສາທາ ລະນະສຸກ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ ກໍຄືການໄປມາຫາສູ່ຂອງປະຊາຊົນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...