spot_img
Homeຂ່າວພາຍ​ໃນພົບປະສອງຝ່າຍ ນາຍົກລັດຖະມົນຕີ ສປປ ລາວ-ສສ ຫວຽດນາມ

ພົບປະສອງຝ່າຍ ນາຍົກລັດຖະມົນຕີ ສປປ ລາວ-ສສ ຫວຽດນາມ

Published on

ໃນວັນທີ 8 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງອື່ນໆ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024.

May be an image of 8 people and text

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ ພ້ອມທັງໄດ້ຮ່ວມກັນປຶກສາຫາລືທິດທາງໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ຫຼ້າສຸດສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ກໍໄດ້ພົບປະກັນໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດທີ່ນໍາໃຊ້ພາສາຝຣັ່ງຢູ່ນະຄອນຫຼວງປາຣີ ໃນວັນທີ 5 ຕຸລາ 2024 ທີ່ຜ່ານມາ.

May be an image of 7 people

ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນ ໃນການສືບຕໍ່ຊີ້ນໍາບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃຫ້ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມລັດຖະກິດຢູ່ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ຜົນການພົບປະສອງກົມການເມືອງ ໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ.

May be an image of 7 people and text

ໂດຍສະເພາະບັນດາບຸລິມະສິດຕົ້ນຕໍທີ່ສອງຝ່າຍໄດ້ເປັນເອກະພາບກັນ ເປັນຕົ້ນແມ່ນການເຊື່ອມຈອດພື້ນຖານເສດຖະກິດສອງປະເທດລາວ-ຫວຽດນາມ ແລະ ພື້ນຖານເສດຖະກິດສາມປະເທດລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມໂຍງພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ລະບົບລະບຽບ, ການເງິນ, ດ້ານພະລັງງານ, ການທ່ອງທ່ຽວ, ການຄ້າ-ການລົງທຶນ ແລະ ດ້ານອື່ນໆ.

May be an image of 2 people

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາກໍຄືການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້, ລວມທັງການຊ່ວຍເຫຼືອບັນເທົາທຸກຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ສປປ ລາວ. ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບ ແລະ ປະທານອາຊຽນປີ 2024 ຂອງ ສປປ ລາວ ພ້ອມທັງໄດ້ອວຍພອນໃຫ້ການເປັນປະທານອາຊຽນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...