spot_img
Homeຂ່າວພາຍ​ໃນເລີ່ມຂຶ້ນແລ້ວ ການແຂ່ງຂັນບານສົ່ງລາວລີກໃນຮົ່ມຍິງ-ຊາຍ

ເລີ່ມຂຶ້ນແລ້ວ ການແຂ່ງຂັນບານສົ່ງລາວລີກໃນຮົ່ມຍິງ-ຊາຍ

Published on

ເປີດສາກແລ້ວຂຶ້ນແລ້ວ ການແຂ່ງຂັນກິລາບານສົ່ງໃນຮົ່ມ ຊາຍ-ຍິງ 2024 ຫຼື ງານແຂ່ງຂັນກິລາບານສົ່ງລາວລີກ ລາຍການ “BEER Laos Volleyball League 2024” ໃນຕອນແລງວັນທີ 28 ກັນຍາ 2024 ທີ່ເດີ່ນບານສົ່ງໃນຮົ່ມກອງທັບ (ຫຼັກ 5) ບ້ານຈອມມະນີ ເມືອງໄຊນານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ແສງພອນ ພົມອາມາດ ຮອງປະທານ-ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ພອນ ບາດແມນ (Paul BARTMAN) ຜູ້ອຳນວຍການຝ່າຍຂາຍ ແລະ ຊ່ອງທາງການຈັດຈຳໜ່າຍ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ ພ້ອມດ້ວຍຄະນະບໍລິຫານງານ ສບສ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.

May be an image of 11 people, people playing voleyball and text

ລາຍການນີ້ ຈັດຂຶ້ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ ພ້ອມທັງສືບຕໍ່ພັດທະນາກິລາບານສົ່ງຂອງສປປ ລາວ ໃຫ້ມີຂະບວນການຝຶກຊ້ອມ ແລະ ແຂ່ງຂັນຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ທັງນີ້ ກໍເພື່ອຍົກລະດັບ ແລະ ພັດທະນາຄວາມສາມາດຂອງນັກກິລາ, ຄະນະກຳມະການເຕັກນິກຈັດການແຂ່ງຂັນ ແລະ ກຳມະການຕັດສິນກິລາບານສົ່ງຂອງລາວເຮົາໃຫ້ມີຄຸນນະພາບສູງຂຶ້ນກ້າວສູ່ສາກົນ.

May be an image of 1 person, playing volleyball and text

ອີກດ້ານໜຶ່ງ ກໍເພື່ອເປັນການຄັດເລືອກນັກກິລາບານສົ່ງຊາຍ-ຍິງ ຜູ້ທີ່ມີພອນສະຫວັນ ເພື່ອເຂົ້າຝຶກຊ້ອມ ບັນຈຸເຂົ້າເປັນນັກກິລາທີມຊາດລາວ ກຽມເຂົ້າຮ່ວມການແຂ່ງຂັນ ຊີເກມ ຄັ້ງທີ 33 ທີ່ປະເທດໄທ ຈະເປັນເຈົ້າພາບ ໃນປີ 2025 ແລະ ລາຍການຕ່າງໆລະດັບພາກພື້ນ ແລະ ສາກົນ ຊຶ່ງປີນີ້ ມີທີມນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 15 ທີມ, ໃນນັ້ນ ເພດຍິງມີທັງໝົດ 5 ທີມ ແລະ ທີມຊາຍ 10 ທີມ.

May be an image of 7 people, people playing voleyball and text

ສໍາລັບທີມຊາຍມີຄື: ນະຄອນຫຼວງວຽງຈັນ by INTHASONE, ສະໂມສອນ ກະຊວງປ້ອງກັນປະເທດ ຫຼື ກອງທັບ, ສະໂມສອນ ວຽງຈັນ, ສະໂມສອນ ລາວສະກາຍເວ (Lao Skyway), ສະໂມສອນ ໂກຣ-ອັບ (GROW-UP), ສະໂມສອນ ອິນເທັນເຊິນ (INTENTION), ສະໂມສອນ ເອັມພີຊີ (MPC BLUE HAWAII), ສະໂມສອນ ເອັດອີຊີ (SEC), ສະໂມສອນ ແບຼັກ ບັດເຕີຟາຍ (BLACK BUTTERFLY) ແລະ ສະໂມສອນ ສັນນິວາດ (SUNNIVAD). ສ່ວນທີມຍິງມີ 5 ທີມ ຄື: ສະໂມສອນກົມໃຫຍ່ການເມືອງ ກອງທັບ, ສະໂມສອນ ກະຊວງປ້ອງກັນປະເທດ, ສະໂມສອນ ວຽງຈັນ, ສະໂມສອນ ເອັດອີຊີ (S.E.C) ແລະ ສະໂມສອນ ເອັດເອັນເຄ ໄຊເຊດຖາ (SNK Saysettha).

May be an image of 5 people, people playing voleyball and text

ສຳລັບຮູບແບບການແຂ່ງຂັນທັງສອງລາຍການແມ່ນນຳໃຊ້ລະບົບແບບລີກ ແຂ່ງຂັນພົບຄົບໝົດ ໃນຮອບຂາໄປ ແຂ່ງຂັນສະເພາະແຕ່ວັນເສົາ ແລະ ວັນອາທິດ, ໂດຍການແຂ່ງຂັນ ຈະດຳເນີນຈົນໄປຮອດວັນທີ 10 ພະຈິກ 2024 ສໍາເລັດແຂ່ງຂັນ.

ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...