spot_img
Homeຂ່າວເສົ້າເດັກນ້ອຍອາຍຸ 14 ປີຄົນແຂວງວຽງຈັນ ເສຍຊີວິດຈາກໄຊ້ຍຸງລາຍ

ເດັກນ້ອຍອາຍຸ 14 ປີຄົນແຂວງວຽງຈັນ ເສຍຊີວິດຈາກໄຊ້ຍຸງລາຍ

Published on

ປະຈຸບັນ, ໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ເພີ່ມຂຶ້ນເລື້ອຍໆໃນທົ່ວປະເທດ ແລະ ຍັງ​ເຮັດໃຫ້ເກີດມີ​ກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ​ອີກດ້ວຍ, ໂດຍ​ສະ​ເພາະ​ຢູ່​ແຂວງວຽງຈັນ ມີຜູ້ປ່ວຍໄຂ້ຍຸງລາຍແລ້ວ 979 ກໍລະນີ ແລະ ​ເສຍ​ຊີ​ວິດ 1 ຄົນແລ້ວ​ (ເພດຊາຍ ອາຍຸ 14 ປີ) ຢູ່ບ້ານໂພນແກ້ວ ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 25 ກັນຍາ 2024 ຜ່ານມານີ້.

ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2024 ມາຮອດວັນທີ 25 ກັນຍາ 2024 ຜ່ານມານີ້, ມີຜູ້ປ່ວຍໄຂ້ຍຸງລາຍ ສະສົມແລ້ວ 15.701 ກໍລະນີ, ​ ໃນ​ນັ້ນ ແຂວງທີ່ມີການແຜ່ລະບາດຫຼາຍກວ່າໝູ່ໃນທົ່ວປະເທດ ແມ່ນນະຄອນຫຼວງວຽງຈັນ 4.409 ກໍລະນີ ແລະ ມີຈຳນວນຜູ້ເສຍຊີວິດແລ້ວ 10 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ຫຼວງພະບາງ 3 ຄົນ, ແຂວງ ເຊກອງ 2 ຄົນ, ແຂວງຫຼວງນໍ້າທາ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ).

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...