spot_img
Homeຂ່າວພາຍ​ໃນນວ ອອກແຈ້ງການ! ຫ້າມການນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກຕ່າງປະເທດເຂົ້າມາບູຊາ ແລະ ຈໍາຫນ່າຍຢູ່ພາຍໃນ

ນວ ອອກແຈ້ງການ! ຫ້າມການນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກຕ່າງປະເທດເຂົ້າມາບູຊາ ແລະ ຈໍາຫນ່າຍຢູ່ພາຍໃນ

Published on

ແຈ້ງການຫ້າມການນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກຕ່າງປະເທດເຂົ້າມາບູຊາ ແລະ ຈໍາຫນ່າຍຢູ່ພາຍໃນ ນະຄອນຫຼວງວຽງຈັນ.

ເພື່ອເຮັດໃຫ້ການຄຸ້ມຄອງ, ການຕິດຕາມກວດກາ ການນໍາເຂົ້າ ພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກ ຕ່າງປະເທດເຂົ້າມາຈໍາຫນ່າຍຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ເພື່ອເປັນການອະນຸລັກ, ປົກປັກຮັກສາ, ໂຄສະນາ ສົ່ງເສີມຮູບແບບສິລະປະລວດລາຍທີ່ເປັນເອກະລັກຂອງພຣະພຸດທະຮູບ ແລະ ວັດຖຸມຸງຄຸນລາວ ພາຍໃນ ນະຄອນຫຼວງວຽງຈັນ ໃຫ້ເປັນເອກະລັກຂອງນະຄອນຫຼວງວຽງຈັນ, ກໍ່ຄືຂອງຊາດໃຫ້ມີຄວາມຍືນຍົງເຊັ່ນລູກເຊັ່ນ ຫຼານຕະຫຼອດໄປ.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ອອກແຈ້ງການ ດັ່ງນີ້:

-ຈຸດປະສົງລະດັບຄາດຫມາຍ.
ເພື່ອເປັນການສົ່ງເສີມຝີມືຂອງນາຍຊ່າງລາວ, ສົ່ງເສີມຮູບແບບສິລະປະລວດລາຍທີ່ເປັນເອກະລັກຂອງພຣະພຸດທະຮູບ ແລະ ວັດຖຸມຸງຄຸນລາວ ຢູ່ພາຍໃນນະຄອນຫຼວງວຽງຈັນ ກໍ່ຄືຂອງຊາດ ໃຫ້ເປັນເອກະລັກ ສະເພາະຂອງສິລະປະລາວ.

-ເງື່ອນໄຂການນໍາເຂົ້າພຣະພຸດທະຮູບຈາກຕ່າງປະເທດ.

  1. ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງຂໍອະນຸຍາດນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກ ຕ່າງປະເທດ ຕ້ອງໄປຊື້ແບບຟອມຢູ່ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ.
  2. ການປະກອບເອກະສານສະເຫນີຂໍອະນຸຍາດນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກ ຕ່າງປະເທດ ຊ້າສຸດ 2 ອາທິດກ່ອນກ່ອນມື້ນໍາເຂົ້າຕົວຈິງ, ຖ້າບໍ່ປະຕິບັດຕາມການກໍານົດນີ້ຈະບໍ່ຮັບ ພິຈາລະນາເອກະສານ.
  3. ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຂໍອະນຸຍາດນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກ ຕ່າງປະເທດ ທີ່ເປັນເອກະລັກຂອງລາວ ຫຼື ເອົາແບບຂອງພຣະພຸດທະຮູບ ແລະ ວັດຖຸມຸງຄຸນລາວໄປຫຼໍ່ ຢູ່ຕ່າງປະເທດ ເທົ່ານັ້ນຈຶ່ງສາມານໍາເຂົ້າມາຢູ່ພາຍໃນນະຄອນຫຼວງວຽງຈັນໄດ້.

-ຂໍ້ຫ້າມ.
1. ຫ້າມນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນຈາກຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກພະ ແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຢ່າງເດັດຂາດ.
2. ຫ້າມນໍາເຂົ້າພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ຈາກຕ່າງປະເທດ ທີ່ມີພາສາ ແລະ ສັນຍາລັກທີ່ບໍ່ ຖືກຕ້ອງສອດຄ່ອງກັບລະບຽບກົດຫມາຍ ແລະ ຮີດຄອງປະເພນີ ຂອງ ສປປລາວຢ່າງເດັດຂາດ.
3. ຫ້າມມີພຶດຕິກໍາອື່ນໆທີ່ເປັນການລະເມີດລະບຽບ, ກົດຫມາຍ ຂອງ ສປປ ລາວ.
-ມາດຕະການຕໍ່ຜູ້ລະເມີດ.
1. ສຶກສາອົບຮົມຄັ້ງທີ 1 ແລະ ປັບໄຫມ 3,000,000-5,000,000 ກີບ.
2. ສຶກສາອົບຮົມຄັ້ງທີ 2 ແລະ ປັບໄຫມ 5,000,000-10,000,000 ກີບ.
3. ສຶກສາອົບຮົມຄັ້ງທີ 3 ແລະ ປັບໄຫມ 10,000,000-15,000,000 ກີບ, ພ້ອມກັບນໍາຕົວຜູ້ລະເມີດ ໄປດໍາເນີນຄະດີ ຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ.
4. ສ່ວນພຣະພຸດທະຮູບທີ່ນໍາເຂົ້າມາແບບໍ່ຖືກຕ້ອງຜູ້ລະເມີດຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍທັງຫມົດ
ພ້ອມດ້ວຍການດໍາເນີນເອກະສານໃນການສົ່ງກັບຄືນປະເທດທີ່ໄດ້ນໍາເຂົ້າມາ.

ດັ່ງນັ້ນ, ຈຶ່ງອອກແຈ້ງການມາເພື່ອໃຫ້ຜູ້ປະກອບການຈໍາຫນ່າຍພຣະພຸດທະຮູບ, ວັດຖຸມຸງຄຸນ, ບຸກຄົນ, ນິຕິບຸກຄົນ, ທີ່ຢູ່ພາຍໃນນະຄອນຫຼວງວຽງຈັນ ໃຫ້ພ້ອມກັນປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...