spot_img
Homeຂ່າວພາຍ​ໃນຮອງນາຍົກ ຮ່ວມງານວາງສະແດງ ອຸປະກອນເຕັກນິກການທະຫານສາກົນ ທີ່ຣັດເຊຍ

ຮອງນາຍົກ ຮ່ວມງານວາງສະແດງ ອຸປະກອນເຕັກນິກການທະຫານສາກົນ ທີ່ຣັດເຊຍ

Published on

ໃນວັນທີ 12 ສິງຫາ ທີ່ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024, ຄັ້ງທີ 10 ຢູ່ສູນປະຊຸມ ແລະ ວາງສະແດງສາກົນປາຕຣີອົດ, ກູບິນກາ, ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ, ໂດຍມີບັນດາຄະນະນຳຈາກກະຊວງປ້ອງກັນປະເທດ ແລະ ຕົວແທນອຸດສາຫະກຳຈາກປະເທດຕ່າງໆ, ບັນດາບໍລິສັດຂອງສະຫະພັນຣັດເຊຍ ແລະ ຈາກຕ່າງປະເທດ ເຂົ້າຮ່ວມ.

May be an image of 1 person and text

ງານວາງສະແດງ ອຸປະກອນເຕັກນິກການທະຫານສາກົນ 2024 ຈັດຂຶ້ນໃນລະຫວ່າງວັນທີ 12-14 ສິງຫາ 2024, ໂດຍສະແດງໃຫ້ເຫັນ ບັນດາເຕັກໂນໂລຊີຕ່າງໆຫຼາຍຮູບແບບ, ມີທັງອາວຸດຍຸດໂທປະກອນ, ເຕັກນິກການທະຫານ ທີ່ມີຄວາມທັນສະໄໝທີ່ສຸດ, ມີເອກະລັກສະເພາະຕົວ ຈາກປະເທດລັດເຊຍ, ເຊິ່ງມີບໍລິສັດຊັ້ນນຳ ທີ່ໄດ້ຮັບການຍ້ອງຍໍໃນລະດັບສາກົນ.

May be an image of 3 people, helicopter and text

ນອກນັ້ນ, ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍ ເຂົ້າຮ່ວມ ແລະ ມີຕົວແທນບໍລິສັດຈາກຕ່າງປະເທດ ທີ່ລົງທະບຽນເຂົ້າຮ່ວມຫຼາຍກວ່າ 120 ແຫ່ງ, ມີຜະລິດຕະພັນປະມານ 1,500 ລາຍການ ແລະ ໄດ້ຮັບຄວາມສົນໃຈຫຼາຍ ຈາກຕົວແທນຜູ້ຊ່ຽວຊານ ແລະ ສື່ຈາກຕ່າງປະເທດ.

May be an image of 6 people, helicopter and text

ພ້ອມກັນນີ້, ຍັງເປັນບ່ອນພົບປະ, ປຶກສາຫາລື, ແລກປ່ຽນປະສົບການ, ເພີ່ມທະວີການຮ່ວມມືດ້ານການຜະລິດ, ສະໜອງອຸປະກອນເຕັກນິກການທະຫານ ໃຫ້ບັນດາບໍລິສັດຕ່າງໆຂອງຣັດເຊຍ ແລະ ບໍລິສັດອື່ນໆຈາກຕ່າງປະເທດ, ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ.

May be an image of 13 people and text

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ພ້ອມຄະນະ ກໍໄດ້ຢ້ຽມຊົມຫ້ອງວາງສະແດງ ບໍລິສັດອາວມາສ-ອັນເຕວ ບໍລິສັດຜະລິດລະບົບປ້ອງກັນອາກາດ ແລະ ເຣດາ, ຢ້ຽມຊົມຫ້ອງວາງສະແດງ ບໍລິສັດຍົນທີ່ຂຶ້ນຊື່ຂອງຣັດເຊຍ, ບໍລິສັດໂຣສອາບາໂຣນເອັກສະປອດ ແລະ ພົບປະກັບບໍລິສັດຈຳນວນໜຶ່ງຕື່ມອີກ.

ຂ່າວ-ພາບ: ຮ້ອຍເອກ ທອງມາ ໄຊຍະເພັງສາ, ປະເທດລາວ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...