Homeຂ່າວພາຍ​ໃນລາວ ກຽມເອົາກິລາດຶງເຊືອກ ເຂົ້າໃນການແຂ່ງຂັນກິລາລະດັບຊາດ

ລາວ ກຽມເອົາກິລາດຶງເຊືອກ ເຂົ້າໃນການແຂ່ງຂັນກິລາລະດັບຊາດ

Published on

ໃນວັນທີ 6 ສິງຫາທີ່ຜ່ານມາ, ທີ່ສະໂມສອນໂຮງຮຽນ ມສ ວຽງຈັນ ໄດ້ມີພິທີ ທີ່ທາງສະຫະພັນກິລາດຶງເຊືອກແຫ່ງຊາດລາວ ປັບປຸງຄະນະບໍລິຫານງານຊຸດໃໝ່ ສົກປີ 2024-2028 ໂດຍການເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ໄດ້ແຕ່ງຕັ້ງ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກ ເປັນປະທານສະຫະພັນກິລາດຶງເຊືອກແຫ່ງຊາດລາວ ຄົນໃໝ່, ພ້ອມດ້ວຍຮອງປະທານ 3 ທ່ານ ແລະ ກຳມະການອີກ 8 ທ່ານ.

ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານສະຫະພັນກິລາດຶງເຊືອກແຫ່ງຊາດລາວ ໄດ້ກ່າວວ່າ: ແຜນຈຸດສຸມເປົ້າໝາຍອັນໃກ້ນີ້ ຈະນຳເອົາກິລາດຶງເຊືອກບັນຈຸເຂົ້າໃນການແຂ່ງຂັນ ໃນກິລາແຫ່ງຊາດ ຄັ້ງທີ 12 ແລະ ເຂົ້າຮ່ວມຊີເກມ ປີ 2025, ເຊິ່ງໃນຕົ້ນເດືອນກັນຍາ 2024 ນີ້ ມີແຜນຈະໄປແຂ່ງຂັນທີ່ປະເທດໄທ.

ສະຫະພັນກິລາດຶງເຊືອກແຫ່ງຊາດສ້າງຕັ້ງຂຶ້ນໃນເດືອນມິຖຸນາ ປີ 2016, ຕະຫຼອດໄລຍະເວລາ 8 ປີຜ່ານມາ, ໄດ້ສຸມໃສ່ພັດທະນາບຸກຄະລາກອນຮອບດ້ານ ເປັນຕົ້ນຜູ້ບໍລິຫານ, ພະນັກງານວິຊາການ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາ, ພ້ອມຍັງສ້າງໃຫ້ບຸກຄະລາກອນໄດ້ເຄື່ອນໄຫວຝຶກແອບ, ແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.

กีฬาชักกะเย่อกีฬาที่สร้างความสมัคสมานสามัคคีของคนในชาติ | OK NATIONກິລາດຶງເຊືອກເປັນກິລາເກົ່າແກ່ສົມຄວນ, ບັນຈຸເຂົ້າແຂ່ງຂັນໃນເທສະການຕ່າງໆ ເພື່ອສ້າງສີສັນ ຈົນກາຍເປັນກິລາມວນຊົນ ທຸກຄົນສາມາດຮ່ວມຫຼິ້ນ ແລະ ເພີດເພີນໄປນຳກັນ. ແຕ່ປັດຈຸບັນໄດ້ກາຍເປັນກິລາລະດັບນານາຊາດ ມີລະບຽບກະຕິກາ, ກິລາດຶງເຊືອກເຄີຍບັນຈຸເຂົ້າໃນການແຂ່ງຂັນ ໂອລິມປິກເກມມາແລ້ວລະຫວ່າງປີ 1900-1920.

ຂ່າວ-ພາບ: ຂ່າວກິລາ Lao National TV

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...