spot_img
Homeຂ່າວກິລາWIG NAGA ຟອມແຊ້ມແຂ່ງ 4 ນັດຖະຫຼົ່ມປະຕູຄູ່ແຂ່ງລວມ 49 ປະຕູ

WIG NAGA ຟອມແຊ້ມແຂ່ງ 4 ນັດຖະຫຼົ່ມປະຕູຄູ່ແຂ່ງລວມ 49 ປະຕູ

Published on

WIG NAGA ທີມຫຼານນ້ອຍເຍົາວະຊົນລາວສ້າງຜົນງານໂດດເດັ່ນ ລົງສະໜາມ 4 ນັດຖະຫຼົ່ມຄູ່ແຂ່ງແບບຂາດລອຍລວມທັງໝົດ 49 ປະຕູ ແລະ ເສຍພຽງ 1 ປະຕູ ໃນການແຂ່ງຂັນ ລາຍການ PANYI EITE CUP 2024 ລຸ້ນອາຍຸບໍ່ເກີນ 10 ປີ ທີ່ນະຄອນເຊຍແມນ ແຂວງຟູຈຽນ ສປ ຈີນ ໃນລະຫວ່າງວັນທີ 5-11 ສິງຫາ 2024.

ສຳລັບຜົນງານທີມ WIG NAGA ເຍົາວະຊົນລາວລົງແຂ່ງໄປແລ້ວທັງໝົດ 4 ນັດ
-ນັດທຳອິດ WIG NAGA 12-0 SCHOOL MUSIC XIAMEN ໃນວັນທີ 6 ສິງຫາ 2024
-ນັດທີ 2 WIG NAGA 21-0 NAGA JIANGYIN ໃນວັນທີ 6 ສິງຫາ 2024
-ນັດທີ 3 WIG NAGA 8-1 JINSHAN ໃນວັນທີ 7 ສິງຫາ 2024
-ນັດທີ 4 ຮອບ 16 ທີມ: WIG NAGA 8-0 XIAMEN CHENGYI ໃນວັນທີ 8 ສິງຫາ 2024
-ນັດທີ 5 ຮອບ 16 ທີມ: ພົບກັບ SHENZHEN ໃນວັນທີ 8 ສິງຫາ 2024 ເວລາ 15:10 ໂມງ (ຕາມເວລາລາວ)

ໃນການແຂ່ງຂັນ ລາຍການ PANYI EITE CUP 2024 ມີຫຼາຍລຸ້ນທີ່ເຂົ້າຮ່ວມປະກອບມີ: ຢູ8, ຢູ10 ແລະ ຢູ 12 ແຂ່ງ 7 ຮັບ 1 ໂດຍມີ 268 ທີມເຂົ້າຮ່ວມຈາກຫຼາຍປະເທດຄື: ສປ ຈີນ(ເຈົ້າພາບ), ຍີ່ປຸ່ນ, ເກົາຫຼີ, ໄທ ແລະ ລາວ ໂດຍເຈົ້າພາບໄດ້ເຊີນທີມຈາກອາຊີຈຳນວນ 64 ທີມ ສ່ວນທີ່ເຫຼືອແມ່ນທີມຈາກ ສປ ຈີນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...