spot_img
Homeຂ່າວພາຍ​ໃນຈັບ 4 ຜູ້ຕ້ອງຫາ ພ້ອມຂອງກາງ 200 ກວ່າເມັດ

ຈັບ 4 ຜູ້ຕ້ອງຫາ ພ້ອມຂອງກາງ 200 ກວ່າເມັດ

Published on

ໃນລະຫວ່າງວັນທີ 25 – 26 ກໍລະກົດທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫຼວງນໍ້າທາ , ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າ-ຂາຍ ແລະ ມົ້ວສຸມຢາເສບຕິດ ຢູ່ເຂດບ້ານຫາດຍາວ, ບ້ານສົບຕຸດ, ເມືອງ ແລະ ແຂວງຫຼວງນໍ້າທາ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບ ປກສ ກຸ່ມບ້ານທົ່ງໄຈ້ ລົງກວດກາຕິດຕາມ ແລະ ສາມາດກັກເປົ້າໝາຍໄດ້ 4 ຄົນ ຊື່ ທ້າວ ສຸກ, ອາຍຸ 25 ປີ, ປະຊາຊົນຢູ່ບ້ານນໍ້າດີ ພ້ອມຂອງກາງຢາບ້າ 87 ເມັດ; ທ້າວ ຄໍາສຸກ, ອາຍຸ 30 ປີ, ປະຊາຊົນຢູ່ບ້ານສົບຕຸດ, ພ້ອມຂອງຢາບ້າ 7 ເມັດ; ນາງ ນໍ້າ, ອາຍຸ 40 ປີ, ປະຊາຊົນຢູ່ບ້ານສົບຕຸດ, ພ້ອມຂອງກາງຢາບ້າ 111 ເມັດ ແລະ ທ້າວ ບຸນປັນ , ອາຍຸ 47 ປີ, ປະຊາຊົນຢູ່ບ້ານນາໂຮມ (ນໍ້າກ້ອຍ), ພ້ອມຂອງກາງຢາບ້າ 7 ເມັດ.

ຜ່ານການສອບສວນຂອງເຈົ້າໜ້າທີຕໍາຫຼວດ ພວກກ່ຽວທັງ 4 ຄົນ ໄດ້ຮັບສາລະພາບວ່າ: ຢາເສບຕິດທີ່ທາງເຈົ້າໜ້າທີ່ກວດພົບ ແມ່ນຂອງພວກກ່ຽວແທ້ , ເຊິ່ງໄດ້ພົວພັນຊື້ນຳຄູ່ຮ່ວມຂະບວນການດຽວກັນ ເພື່ອນໍາມາເສບ ແລະ ຂາຍຍ່ອຍ; ປັດຈຸບັນ, ພວກກ່ຽວທັງ 4 ຄົນ ພ້ອມຂອງກາງແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ແຂວງຫຼວງນໍ້າທາ ກັກຂັງໄວ້ຢູ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ເມືອງຫຼວງນ້ຳທາ, ວາລະສານຄວາມສະຫງົບ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...