spot_img
Homeຂ່າວພາຍ​ໃນທຫລ ຊຸກຍູ້ໂຮງຮຽນທົ່ວປະເທດ ຮັບເງິນກີບຊໍາລະຄ່າຮຽນ

ທຫລ ຊຸກຍູ້ໂຮງຮຽນທົ່ວປະເທດ ຮັບເງິນກີບຊໍາລະຄ່າຮຽນ

Published on

ກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຫາລືສົ່ງເສີມການນໍາໃຊ້ເງິນກີບ ແລະ ວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນຂົງເຂດການສຶກສາ (ການຕິດຕາມກວດກາ ການໂຄສະນາການຊຳລະ ແລະ ການຮັບໃຊ້ຊໍາລະຄ່າບໍລິການການສຶກສາ) ຂຶ້ນວັນທີ 1 ສິງຫາ ນີ້ ທີ່ສໍານັກງານ ທຫລ ພາຍໃຕ້ການເປັນປະທານຂອງ ທ່ານ ສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທຫລ ແລະ ທ່ານ ນາງ ດາລາວອນ ສິດທິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 2 people, dais and text

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບການຊຸກຍູ້ ສົ່ງເສີມການນຳໃຊ້ເງິນກີບ ໃນການໃຊ້ຈ່າຍຕ່າງໆ ພາຍໃນປະເທດເຮົາ ສະເພາະຂົງເຂດການສຶກສາ ໃນການເສຍຄ່າໂຮງຮຽນ, ຈ່າຍເງິນເດືອນໃຫ້ພະນັກງານ, ຄູ-ອາຈານ ແລະ ການຈັດຊື້ອຸປະກອນການຮຽນ-ການສອນຕ່າງໆ, ເນື່ອງຈາກຜ່ານມາອາດມີບາງສະຖາບັນການສຶກສາທີ່ເກັບຄ່າຮຽນເປັນເງິນຕາຕ່າງປະເທດ ທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປົກຄອງນັກຮຽນ ທີ່ບໍ່ມີເງິນຕາຕ່າງປະເທດ ຕ້ອງໄດ້ເອົາເງິນກີບໄປແລກປ່ຽນເອົາເງິນຕາຕ່າງປະເທດມາຈ່າຍຄ່າຮຽນ.

ເຊິ່ງກອງປະຊຸມຄັ້ງນີ້ ເປັນການປຸກລະດົມທຸກຂົງເຂດວຽກງານ ແລະ ທຸກພາກສ່ວນໃນສັງຄົມ, ພ້ອມກັນໃຊ້ເງິນກີບ ແລະ ຫຼຸດຜ່ອນການໃຊ້ຈ່າຍເງິນຕາຕ່າງປະເທດ, ເພື່ອເປັນການແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ ໃນຜ່ານມາກຸ້ມຄອງຄອງເງິນ ຕາຕ່າງປະເທດ

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...