spot_img
Homeການບິນລາວແຈ້ງການ ການຢຸດໃຫ້ບໍລິການຖ້ຽວບິນ ວຽງຈັນ-ຊຽງຂວາງ-ວຽງຈັນ

ແຈ້ງການ ການຢຸດໃຫ້ບໍລິການຖ້ຽວບິນ ວຽງຈັນ-ຊຽງຂວາງ-ວຽງຈັນ

Published on

ແຈ້ງການ ການຢຸດໃຫ້ບໍລິການຖ້ຽວບິນ ວຽງຈັນ-ຊຽງຂວາງ-ວຽງຈັນ (ຖ້ຽວບິນ LK212-213) ຊົ່ວຄາວ ນັບແຕ່ວັນທີ 01 ຕຸລາ 2024 – 31 ພຶດສະພາ 2025.

ອີງຕາມ ແຈ້ງການ ຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ຫ້ອງການ ກທອ ສະບັບ ເລກທີ 370/ຫ ກທອ, ລົງວັນທີ 23/07/2024.

ຜູ້ອຳນວຍການ ບໍລິສັດ ລັດວິສະຫະກິດ ລາວເດີນອາກາດ ຂໍຖືເປັນກຽດຮຽນແຈ້ງໃຫ້ຊາບວ່າ: ຖ້ຽວບິນຂອງ ສາຍການບິນ ລາວສະກາຍເວ/ LAO SKYWAY, ເສັ້ນບິນ ວຽງຈັນ-ຊຽງຂວາງ-ວຽງຈັນ ຈະໄດ້ຢຸດໃຫ້ບໍລິການ ແກ່ ລູກຄ້າ. ເລີ່ມແຕ່ວັນທີ 01 ຕຸລາ 2024 – 31 ພຶດສະພາ 2025 ຊຶ່ງເປັນເວລາ 243 ວັນ.

ນະໂອກາດນີ້, ສາຍການບິນ ລາວສະກາຍເວ/ LAO SKYWAY ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ແລະ ຂໍຂອບໃຈ ເປັນຢ່າງສູງ ມາຍັງລູກຄ້າ, ການຈັດຕັ້ງຂັ້ນເທິງທຸກພາກສ່ວນ ທີ່ໃຫ້ການສະໜັບສະໜູນສາຍການບິນ ລາວ ສະກາຍເວ ດ້ວຍດີຕະຫຼອດມາ.
ດັ່ງນັ້ນ, ຈຶ່ງແຈ້ງການ ມາຍັງພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ.

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...