spot_img

Published on

ຕາມການລາຍງານຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄດ້ໃຫ້ຮູ້ວ່າ: ໃນໄລຍະຕົ້ນເດືອນກໍລະກົດ 2024 ເປັນຕົ້ນມາ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ນໍາໂດຍທ່ານ ຄໍາຫຼ້າ ສຸພັນເດດ ຮັກສາການຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ທ່ານ ພອນເພັດ ອຸດົມມີໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ພ້ອມພາກສ່ວນຮັບຜິດຊອບໂຄງການ ໄດ້ລົງຕິດຕາມ-ກວດກາ ການປັບປຸງ ແລະ ກໍ່ສ້າງເສັ້ນທາງຫຼວງຂອງເມືອງ, ເລກທີ 4848 ລະຫວ່າງບ້ານຄົກເຂົ້າດໍ ຜ່ານບ້ານຄົກງີ້ວ ແລະ ສິ້ນສຸດຢູ່ບ້ານຫ້ວຍຂະແຍງ, ລວມໄລຍະຄວາມຍາວຂອງເສັ້ນທາງທັງໝົດ 16 ກິໂລແມັດ.

May be an image of grass, mountain, road and horizon

ການປັບປຸງກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນຢູ່ພາຍໃຕ້ຄວາມຮັບຜີດຊອບຂອງບໍລິສັດຈັນທະມີໄຊ ກໍ່ສ້າງຄົບວົງຈອນຈໍາກັດຜູ້ດຽວ ເປັນຜູ້ຮັບຜິດຊອບໃນການສໍາປະທານກໍ່ສ້າງ ພາຍໃຕ້ສັນຍາລະຫວ່າງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງກັບບໍລິສັດດັ່ງກ່າວ, ພາຍໃນກໍານົດເວລາ 6 ເດືອນ.

No photo description available.

ເຊິ່ງບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດລວມມີ: ການກໍ່ສ້າງລະບົບລະບາຍນໍ້າ-ທໍ່ຂ້າມທາງ, ການປັບເກດໜ້າດິນ ແລະ ຮ່ອງນໍ້າ, ການຖົມດິນຍົກລະດັບອັດແໜ້ນໜ້າທາງ ແລະ ອະນາໄມຂອບເຂດສອງຟາກທາງ.

May be an image of road

ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນພັດທະນາທ້ອງຖິ່ນຈາກຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ມູນຄ່າ 1,980,435,197 ກີບ, ທຶນສົມທົບຂອງເມືອງມູນຄ່າ 146,060,000 ກີບ, ທຶນສົມທົບຂອງບ້ານຫ້ວຍຂະແຍງມູນຄ່າ 65,000,000 ກີບ, ບ້ານຄົກງີ້ວ ມູນຄ່າ 53,620,000 ກີບ ແລະ ບ້ານຄົກເຂົ້າດໍ ມູນຄ່າ 7,750,000 ກີບ, ລວມມູນຄ່າທັງໝົດ 2,252,865,197 ກີບ.

ຂ່າວ: ເມືອງຊະນະຄາມ, ແຂວງວຽງຈັນໂພສ໌

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...