spot_img
Homeຂ່າວພາຍ​ໃນງານມະຫາກຳກີລາແຫ່ງຊາດ ຄັ້ງທີ X ໄຂຂຶ້ນຢ່າງຍິ່ງໃຫຍ່ ທີ່ແຂວງອຸດົມໄຊ

ງານມະຫາກຳກີລາແຫ່ງຊາດ ຄັ້ງທີ X ໄຂຂຶ້ນຢ່າງຍິ່ງໃຫຍ່ ທີ່ແຂວງອຸດົມໄຊ

Published on

20141212121931

 

ງານ​ມະຫາ​ກຳ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ X ຫຼື ອຸດົມ​ໄຊ​ເກມ ຢູ່​ທີ່​ແຂວງ​ອຸດົມ​ໄຊ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 13

ທັນວາ 2014 ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ​ແຫ່ງ ​ສປປ ລາວ ທ່ານ

ຄຳ​ຫຼ້າ ລິ້ງ​ນະ​ສອນ ເຈົ້າແຂວງ​ອຸດົມ​ໄຊ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ທ່ານ ​ດຣ. ພັນ​ຄຳ

ວິພາ​ວັນ ຮອງ​ນາຍົກ​ລັດ​ຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ພ້ອມ​ດ້ວຍ​ບັນດາ​ການ​ນຳ

ພັກ-ລັດ ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຄະນະ​ນຳ​ຄູ​ເຝິກ ແລະ ນັກກີລາ​ຈາກ 17 ແຂວງ 1 ນະຄອນ​ຫຼວງ 7 ກະ

ຊວງ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ແຂວງ​ອຸດົມ​ໄຊ ​ເຂົ້າຮ່ວມ.

 

ສຳລັບ​ພິທີ​ເປີດ​ງານອຸດົມ​ໄຊເກມ ປະກອບ​ມີ 32 ກ້ອນ​ສວນສະໜາມເຊັ່ນ: ຂະ​ບວນ​ກອງ​ດຸ​ລິ​ຍາງ ປ້າຍ​ຄຳ​ຂວັນ​ງານ​

ມະຫາ​ກຳ​ກີລາ​ແຫ່ງ​ຊາດ ໂລ​ໂກ ທຸງຊາດ-ທຸງ​ກີລາ ກຳມະການ​ຕັດສິນ ບັນດາ​ກະຊວງ ແລະ ບັນດາ​ແຂວງ​ຕ່າງໆ ພ້ອມ​

ດ້ວຍ​ເຈົ້າພາບ ແລະ ປິດ​ທ້າຍ​ດ້ວຍ​ຂະບວນ​ປອດ​ຄວັນ​ຢາສູບ ການສະແດງ​ສິລະ​ປະ​ວັດທະນະທຳ​ຮີດຄອງ​ປະເພນີເຖິງ

6 ລາຍການ​ໃຫຍ່ຄື: ຍິນ​ດີ​ຕ້ອນຮັບ​ສູ່​ອຸດົມ​ໄຊ​ເກມ ສຽງ​ກອງ​ໄຊ​ໃນ​ມື້ບຸນ​ເຜົ່າ​ລື້ ສຽງ​ດົນຕີ​ໄມ້ໄຜ່​ເທິງ​ພູ​ດອຍ ຕາມ​ມາ​

ດ້ວຍດອກ​ຄາຍ​ສຽງ​ແຄນແດນ​ພູ​ສູງ ພະລັງ​ແຫ່ງ​ຄວາມ​ຮັກ ພະລັງ​ແຫ່ງ​ຄວາມ​ສາມັກຄີ ແລະ ດິນແດນ​ແຫ່ງ​ໄຊຊະນະ.

 

ທ່ານ ຄຳ​ຫຼ້າ ລິ້ງ​ນະ​ສອນ ເຈົ້າແຂວງ​ອຸດົມ​ໄຊ ປະທານ​ກຳມະ​ການ​ຈັດ​ງານອຸດົມ​ໄຊ​ເກມ ກ່າວ​ວ່າ: ງານ​ແຂ່ງຂັນ​ກີລາ

ແຫ່ງ​ຊາດ ຄັ້ງ​ທີ X ແມ່ນ​ຖື​ເປັນຄັ້ງ​ປະຫວັດສາດ ​ທີ່​ແຂວງ​ອຸດົມ​ໄຊໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ເປັນການ​ສ້າງ​ຂະ​ບວນ​

ການ​ຕ້ອນຮັບວັນ​ສຳຄັນ​ຂອງ​ຊາດ ເປັນຕົ້ນແມ່ນ ວັນ​ສ້າງຕັ້ງ​ພັກ ຄົບຮອບ 60 ປີ ວັນ​ສະຖາປະນາ ​ສປປ ລາວ ຄົບ

ຮອບ 40 ປີ ແລະ ວັນຄ້າຍ​ວັນ​ເກີດ​ຂອງປະທານ ໄກສອນ ພົມວິຫານ ແລະ ອື່ນໆ​ໃຫ້ມີ​ບັນຍາກາດ​ຟົດຟື້ນ.

 

ພາຍຫຼັງ​ການ​ຂຶ້ນ​ກ່າວ​ລາຍ​ງານ​ຂອງ​ທ່ານ ຄຳ​ຫຼ້າ ລິ້ງ​ນະ​ສອນ ເຈົ້າແຂວງ​ອຸດົມ​ໄຊ ປະທານ​ຈັດ​ງານ​ແຂ່ງຂັນ​ກີລາ​ແຫ່ງ

​ຊາດ ​ຄັ້ງ​ທີ X ຈົບ​ລົງ ກໍ່​ໄດ້​ມີ​ການ​ກ່າວ​ເປີດ​ງານ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດແຫ່ງ

​ສປປ ລາວ ເຊິ່ງ​ທ່ານ​ໄດ້​ກ່າວ​ຊົມເຊີຍ ຄະນະ​ນຳອຳນາດ​ການ​ປົກຄອງແຂວງ​ອຸດົມ​ໄຊ ທີ່​ພ້ອມ​ຈິດໃຈ​ເປັນ​ເຈົ້າພາບ​ທີ່​ດີ

ໃນ​ການ​ຈັດ​ງານ​ແຂ່ງຂັນ​ກີລາ​ຄັ້ງ​ນີ້ ເຊິ່ງ​ງານ​ກີລາ​ແຫ່ງ​ຊາດ​ ຈະ​ເປັນ​ການ​ໂອບ​ເອື້ອ​ອາລີ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ.

 

ສຳລັບ​ການ​ແຂ່ງຂັນ​ງານ​ມະຫາ​ກຳ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ X ທີ່​ແຂວງ​ອຸດົມ​ໄຊ ປະກອບ​ມີ 25 ປະເພດ​ກີລາ ມີ​ຄະນະ​ນຳ

​ເຈົ້າ​ໜ້າທີ່ 6.312 ຄົນ ໃນ​ນັ້ນ ມີ ນັກກີລາ 3.970 ຄົນ ມາ​ຈາກ 7 ກະຊວງ 17 ແຂວງ ແລະ 1 ນະຄອນ​ຫຼວງ​ວຽງ​ຈັນ ລວມ​

ທັງ​ໝົດ 25 ພາກສ່ວນ ໂດຍ​ມີ​ການ​ຊິງຫຼຽນ 1.141.

 

ແຫລ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...