spot_img
Homeຂ່າວພາຍ​ໃນລັດຈະແກ້ໄຂຫຼາຍບັນຫາໃນເດືອນໜ້າ

ລັດຈະແກ້ໄຂຫຼາຍບັນຫາໃນເດືອນໜ້າ

Published on

ໃນວັນທີ 24 ມິຖຸນາທີ່ຜ່ານມາ, ລັດຖະບານໄດ້ດໍາເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ. ສຳລັບແຜນວຽກຈຸດສຸມເດືອນກໍລະກົດ 2024 ຂອງລັດຖະບານ ມີດັ່ງນີ້:

1. ສືບຕໍ່ເຂົ້າຮ່ວມລາຍງານ ແລະ ປ້ອງກັນບັນດາເນື້ອໃນກົດໝາຍຕ່າງໆ ຕາມວາລະກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

2. ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ໂດຍລົງເລິກເນື້ອໃນທີ່ຈະປຶກສາຫາລື ໂດຍສະເພາະການແບ່ງຄວາມຮັບຜິດຊອບປະຕິບັດແຜນວຽກຈຸດສຸມຕົວຈິງ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2024.

อาจเป็นรูปภาพของ 1 คน และ ข้อความ
3. ກະກຽມສະຫລຸບລາຍງານຜົນການປະຕິບັດວຽກງານ ໃນໄລຍະ 6 ເດືອນຕົ້ນປີ 2024 ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕໍ່ພາກສ່ວນທີ່ກ່ຽວຂ້ອງ.

4. ກະກຽມກອງປະຊຸມ ວຽກງານປົກຄອງທົ່ວປະເທດ ຊຶ່ງຄາດວ່າຈະຈັດກ່ອນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024.

5. ສຸມໃສ່ແກ້ໄຂວຽກເຄັ່ງຮ້ອນຈຳນວນໜຶ່ງ ເປັນຕົ້ນ ການແກ້ໄຂອັດຕາແລກປ່ຽນ; ການຄວບຄຸມການນໍາເຂົ້າສິນຄ້າ ທີ່ພາຍໃນເຮົາສາມາດຜະລິດໄດ້, ສິນຄ້າຟຸ່ມເຟືອຍ; ແກ້ໄຂບັນຫາໜີ້ສິນ ແລະ ອື່ນໆ.

6. ສຸມໃສ່ຊຸກຍູ້, ຕິດຕາມໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ໂຄງການພະລັງງານໄຟຟ້າ ທີ່ຈະສົ່ງໄຟໄປຕ່າງປະເທດ.

7. ສືບຕໍ່ ຕິດຕາມສະພາບຂອງດິນຟ້າອາກາດໃນໄລຍະລະດູຝົນນີ້ ເພື່ອມີແຜນປ້ອງກັນ ແລະ ຮັບມືກັບບັນຫາໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ພ້ອມນີ້ ກໍເອົາໃຈໃສ່ການຄຸ້ມຄອງ ຈັດການນໍ້າຢູ່ອ່າງເກັບນໍ້າຊົນລະປະທານ ແລະ ບໍລິຫານນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ຢູ່ໃນລະດັບທີ່ຮັບປະກັນດ້ານເຕັກນິກ ແລະ ຄວາມປອດໄພ.

อาจเป็นรูปภาพของ 5 คน, แท่นบรรยาย และ ข้อความ

8. ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບການນໍາຂັ້ນສູງຕ່າງປະເທດ ທີ່ຈະເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຄວາມສຳເລັດ, ເປັນຮູບປະທໍາຕົວຈິງ ແລະ ທັນກັບສະພາບການ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...