spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 5 ຄົນ

ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 5 ຄົນ

Published on

ໃນເວລາ 6 ໂມງເຊົ້າ ຂອງວັນທີ 11 ມິຖຸນາ 2024 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊບັນຈຸກໍາລັງເຂົ້າແກ້ໄຂມ້າງເປົ້າຫມາຍ 2 ຈຸດ ຢູ່ບ້ານໝູຕື່ນ ເມືອງນາໝໍ້ ແຂວງອຸດົມໄຊ ດ້ວຍຮູບການເຂົ້າຈັບກຸມ ແລະ ກວດຄົ້ນເຄຫະສະຖານ (ເຮືອນ) ໃນກໍລະນີເຊິ່ງຫນ້າ ແລະ ຮີບດ່ວນ ໂດຍຊ່ອງຫນ້າຜູ້ຕາງຫນ້າຈາກອົງການໄອຍະການປະຊາຊົນເຂດ I ແລະ ອົງການປົກຄອງບ້ານໝູຕືນ, ຜ່ານການຈັດຕັ້ງປະຕິບັດທັງ 2 ຈຸດເປົ້າຫມາຍ ສາມາດກັກຕົວເປົ້າຫມາຍ ແລະ ຢຶດ ເຄື່ອງຂອງກາງທີ່ພົວພັນກັບການກະທໍາຜິດ ໄດ້ທັງຫມົດດັ່ງນີ້:

ຈຸດເປົ້າຫມາຍທີ 1: ກັກຕົວເປົ້າຫມາຍໄດ້ 4 ຄົນ ແລະ ຍຶດເຄື່ອງຂອງກາງທີ່ພົວພັນກັບລາຍຄະດີຄື: ທ້າວ ສາເຈີ ອາຍຸ 54 ປີ, ທ້າວ ເຈີພູ ອາຍຸ 27 ປີ, ທ້າວ ເຈີເຕີ ອາຍຸ 26 ປີ, ທ້າວ ລີເຊີ ອາຍຸ 24 ປີ, ເປົ້າໝາຍທັງ 4 ຄົນ ອາຊີບປະຊາຊົນ ເປັນພໍ່-ລູກກັນ ຢູ່ບ້ານໝູຕືນ ເມືອງນາໝໍ້ ແຂວງອຸດົມໄຊ.

ເຄື່ອງຂອງກາງທີ່ຍຶດໄດ້ມີ: ຢາຝິ່ນ ຈໍານວນ 2 ກ້ອນ, ນ້ຳຫນັກ 437,3 ກຣາມ, ເງິນກີບ 90.000.000 ກີບ, ເງິນຢວນ 5.135.637 ຢວນ, ເງິນບາດໄທ 251.000 ບາດ, ປື້ມບັນຊີ 5 ຫົວ, ບັດ ATM 2 ບັດ, ລູກປືນ AK 28 ລູກ, ລູກປືນ ກາມ້າ 4 ລູກ, ລົດປຣາໂດ ສີຂາວມຸກ 1 ຄັນ ໝາຍເລກທະບຽນ ຮລ 5168 ກໍາແພງນະຄອນ, ລົດກະບະລີໂວ 2 ຄັນຄື: ສີຂາວ ເລກທະບຽນ ກກ 4294 ອຸດົມໄຊ ແລະ ເລກທະບຽນ ກວ 8156 ກໍາແພງນະຄອນ, ໂທລະສັບ 2 ເຄື່ອງ.

ຈຸດເປົ້າຫມາຍທີ 2: ກັກຕົວເປົ້າຫມາຍໄດ້ 1 ຄົນຄື: ທ້າວ ສໍຕໍ ອາຍຸ 27 ປີ, ປະຊາຊົນຢູ່ບ້ານ ໝູຕືນ ເມືອງນາຫມໍ້, ແຂວງ ອຸດົມໄຊ; ເຄື່ອງຂອງກາງທີ່ຍຶດໄດ້ມີ: ປືນສັ້ນ ຍີ່ຫໍ້ RAMBO (ແລັມໂບ) 1 ກະບອກ, ລູກກະສູນ 4 ລູກ, ເງິນຢວນ 384,200 ຢວນ, ໝື້ໝາກຟ້າ 2 ຫຼອດ, ແກັບໝາກຟ້າ 4 ດອກ, ປື້ມຝາກປະຢັດ 1 ຫົວ, ໂທລະສັບ 3 ເຄື່ອງ.

ປະຈຸບັນລາຍຄະດີດັ່ງກ່າວທາງເຈົ້າໜ້າທີ່ ພວມສືບຕໍ່ດໍາເນີນສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງພັກພວກ ທີ່ຮ່ວມຂະບວນການ ເພື່ອນຳຕົວມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...