ໃນປັດຈຸບັນ, ບັນຫາການຄຸກຄາມທາງເພດ ຫຼື Sexual Harassment ກໍເປັນບັນຫາໜຶ່ງທີ່ເກີດຂຶ້ນຫຼາຍໃນສັງຄົມ, ເຊິ່ງຜູ້ທີ່ຕົກເປັນເຫຍື່ອ ກໍເຮັດໂຕບໍ່ຖືກ ເນື່ອງຈາກຢ້ານ ແລະ ບໍ່ຮູ້ວ່າຄວນຈະຕ້ອງແນວໃດ, ສາມາດແຈ້ງໜ່ວຍງານໃດໄດ້ແດ່.
ການຄຸກຄາມທາງເພດ ຫຼື Sexual Harassment ຄືການກະທຳທີ່ມີເຈດຕະນາທີ່ບໍ່ດີຕໍ່ກັບເພດກົງກັນຂ້າມ, ເຊິ່ງເປັນການກະທຳທີ່ເຮັດໃຫ້ຜູ້ຖືກກະທຳບໍ່ຮູ້ສຶກດີ ຫຼື ບໍ່ຍິນຍອມທີ່ຈະໃຫ້ກະທຳ, ເຊິ່ງມີຫຼາຍກໍລະນີຄື:
1. ການສະແດງອອກຜ່ານຄຳເວົ້າ (Verbal Conduct) ເຊັ່ນ: ການເວົ້າຈາລ່ວງເກີນກ່ຽວກັບເລື່ອງເພດ, ເວົ້າຫຼິ້ນເລື່ອງເພດ ຫຼື ກ່າວເຖິງສັດສ່ວນຮູບຮ່າງຂອງຝ່າຍກົງກັນຂ້າມ.
2. ການປະພືດໂດຍໃຊ້ສາຍຕາເບິ່ງສ່ວນຕ່າງໆຂອງຮ່າງກາຍຝ່າຍກົງກັນຂ້າມ (Visual Conduct)
3. ການສຳຜັດຮ່າງກາຍໂດຍທີ່ຜູ້ຖືກກະທຳບໍ່ຍິນຍອມ(Physical Conduct) ເຊັ່ນ: ພະຍາຍາມເຂົ້າໄປໃກ້ຊິດ, ຈັບຕົວ, ຈັບບ່າ, ໂອບກອດ ຫຼື ຈັບສ່ວນຕ່າງໆຂອງຮ່າງກາຍທີ່ເຮັດໃຫ້ຜູ້ອື່ນຮູ້ສຶກບໍ່ດີ ຫຼື ບໍ່ໄດ້ຮັບການຍິນຍອມທີ່ຈະໃຫ້ຈັບ ຫຼື ສຳຜັດ.
4. ການສົ່ງຂໍ້ຄວາມໃນລັກສະນະອານາຈານ ຫຼື ຕີຄວາມໝາຍໄປກ່ຽວກັບເລື່ອງເພດ (Written Conduct) ລວມໄປເຖິງການສົ່ງຮູບໂປ້ເປືອຍ, ເປີດເຜີຍຮ່າງກາຍ ຫຼື ອະໄວຍະວະເພດແກ່ຜູ້ອື່ນ.
ການຖືກຄຸກຄາມທາງເພດໃນສັງຄົມປັດຈຸບັນ ຜູ້ເສຍຫາຍ ຫຼື ເຫຍື່ອສ່ວນຫຼາຍຈະບໍ່ຄ່ອຍກ້າທີ່ຈະອອກມາສະແດງຕົວ ຫຼື ແຈ້ງຄວາມຕໍ່ຜູ້ກະທຳຜິດ, ເພາະອາດຢ້ານຫາງສຽງຈາກສັງຄົມຈະມີການຕຳນິຕິຕຽນຕ່າງໆນານາໆ, ອາດຈະເຮັດໃຫ້ຜູ້ອື່ນເບິ່ງວ່າຕົນເອງບໍ່ດີ, ເລີຍເລືອກທີ່ຈະມິດງຽບ ແລະ ເກັບໄວ້ເປັນຄວາມລັບບໍ່ກ້າບອກໃຫ້ໃຜຮູ້, ເຊີ່ງມັນອາດກາຍເປັນປົມ ຫຼື ບັນຫາໃນໃຈຕໍ່ກັບເຫຍື່ອໄປຕະຫຼອດຊີວິດ. ດັ່ງນັ້ນ, ສິ່ງທີ່ຖືກຕ້ອງ ແລະ ຄວນຈະເຮັດເມື່ອປະເຊີນກັບການຖືກຄຸກຄາທາງເພດມີຄື:
1. ບໍ່ເມີນເສີຍ ຫຼື ປະຕິເສດການກະທຳ ເພື່ອເປັນການເຮັດໃຫ້ອີກຝ່າຍຮູ້ວ່າ ພວກເຂົາບໍ່ຄວນເຮັດແບບນີ້ກັບເຮົາ
2. ເກັບຫຼັກຖານ ຫາກຕົກຢູ່ໃນສະຖານະການດັ່ງກ່າວ, ຄວນລັກຕັ້ງກ້ອງເພື່ອຖ່າຍຮູບ ຫຼື ວິດີໂອ, ໃຊ້ເຄື່ອງອັດສຽງ ເພື່ອເກັບຂໍ້ມູນໄວ້ເປັນຫຼັກຖານທີ່ສາມາດເອົາຜິດໄດ້.
3. ແຈ້ງຫາໜ່ວຍງານທີ່ກ່ຽວຂ້ອງເຊັ່ນ: ເບີ 1362 ສູນກາງສະຫະພັນແມ່ຍິງລາວ ກະບອກສຽງ ແມ່ຍິງລາວ, ເບີ 1554 ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເບີ #1554 ຄຳປຶກສາແກ່ຊາວໜຸ່ມ-ເຍົາວະຊົນ.
ສຸດທ້າຍນີ້, ຂໍຝາກເຖິງອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂບັນຫາດັ່ງກ່າວໃຫ້ທັນການ ແລະ ເປັນທຳຕໍ່ເຫຍື່ອຈາກການຄຸກຄາມທາງເພດ ເພາະບັນຫານີ້ບໍ່ໄດ້ໄກຕົວ ແລະ ທຸກຄົນໃນສັງຄົມຕ້ອງພ້ອມກັນຕໍ່ຕ້ານການຄຸກຄາມແຕ່ລະປະເພດ ເພື່ອໃຫ້ບັນຫານີ້ບໍ່ເກີດຂຶ້ນໃນຊີວິດຂອງຜູ້ຍິງູຄົນໜຶ່ງ ຫຼື ເດັກນ້ອຍຄົນໜຶ່ງ ກໍຄືບໍ່ຢາກໃຫ້ເກີດຂຶ້ນໃນສັງຄົມລາງເຮົາ.