spot_img
Homeຂ່າວພາຍ​ໃນຮອງເຈົ້າຄອງນະຄອນຫລວງວຽງຈັນ ລົງຕິດຕາມຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ເມືອງສີໂຄດຕະບອງ.

ຮອງເຈົ້າຄອງນະຄອນຫລວງວຽງຈັນ ລົງຕິດຕາມຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ເມືອງສີໂຄດຕະບອງ.

Published on

ວັນທີ 28 ກຸມພາ 2024 ຜ່ານ ໂດຍມອບໃຫ້ອົງການປົກຄອງບ້ານປະສານສົມທົບກັບເຈົ້າຂອງທີ່ດິນເພື່ອອະນາໄມ ແລະ ຕັດຫຍ້າ ແລະ ເກັບມ້ຽນຂີ້ເຫຍື້ອທີ່ຮົກເຮື້ອໃຫ້ສຳເລັດເທື່ອມາ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ລົງເຄື່ອນໄຫວຕິດຕາມຊຸກຍູ້ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ວຽກງານອະນາໄມ ປະດັບປະດາຕົວເມືອງ ຢູ່ເມືອງສີໂຄດຕະບອງຕາມ 6 ເສັ້ນທາງສາຍຫລັກຄື: ຖະໜົນສຸພານຸວົງ ແຕ່ກະຊວງແຜນການ ແລະ ການລົງທຶນ-ໄຟແດງສະໜາມບິນວັດໄຕ; ຖະໜົນຫລວງພະບາງ ແຕ່ໄຟແດງ ເດີ່ນບິນວັດໄຕ -ໄຟແດງສີໄຄ; ຖະໜົນອາຊຽນໄຟແດງອາກາດ-ໄຟແດງໜອງດ້ວງ; ຖະໜົນສີທອງ ໄຟແດງໜອງດ້ວງ-ໄຟແດງດົງນາທອງ; ເສັ້ນ ທາງ ແຄມຂອງບ້ານອາກາດ-3 ແຍກປາກປ່າສັກ ແລະ ຈຸດໄຟແດງປ່າສັກ ຫາໄຟແດງດົງນາໂຊກ.

ໂດຍມອບໃຫ້ອົງການປົກຄອງບ້ານປະສານສົມທົບກັບເຈົ້າຂອງທີ່ດິນເພື່ອອະນາໄມ ແລະ ຕັດຫຍ້າ ແລະ ເກັບມ້ຽນຂີ້ເຫຍື້ອທີ່ຮົກເຮື້ອໃຫ້ສຳເລັດເທື່ອ ພ້ອມທັງ, ລົງເຮັດບົດບັນທຶກໃຫ້ອຳນາດການປົກຄອງບ້ານໃນຂອບເຂດ 7 ບ້ານຈັດຕັ້ງປະຕິບັດ ເພື່ອກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ປີ 2024.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...