ໂຄງການ​ຜະລິດ​ເຂົ້າ ແລະ ຜະລິດ​ສັດ ໜຶ່ງ​ຄຳ​ຕອບ ແກ້​ໄຂ​ຄວາມທຸກ​ຍາກ

4d82e0bce0e8f3d5eb00c4cde167a059

 

ໂຄງການ​ຜະລິດ​ເຂົ້າ ແລະ ຜະລິດ​ສັດ​ແມ່ນ​ຫນຶ່ງ​ໃນ​ຄຳ​ຕອບ​ທີ່​ຈະ​ຊ່ວຍ​ຍູ້​ໜູນ​ວຽກ​ງານ​ການ​ແກ້​ໄຂ​ ຄວາມທຸກຍາກ

ແລະຄວາມ​ອຶດຫິວ​ຂອງ​ປະຊາຊົນ​ເປັນ​ເຄື່ອງມື​ຂອງ​ລັດ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ ຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​

ອາຫານ​ແຫ່ງ​ຊາດ​ໃນ​ໄລຍະ​ຍາວ ທັງ​ເປັນ​ເງື່ອນໄຂ​ໃນ​ການ​ສ້າງ​ແຫຼ່ງ​ລາຍ​ໄດ້​ເພີ່ມ​ໃຫ້​ແກ່​ປະຊາຊົນ​ຜູ້​ ທຸກ​ຍາກ​ນຳ​ອີກ.

 

ວັນ​ທີ 10 ທັນວາ 2014 ມື້​ທີ​ສອງ​ການ​ດຳເນີນ​ກອງ​ປະຊຸມ​ສະພາ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກ ລັດຖະ

ມົນຕີ​ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ​ການ​ຜະລິດ ແລະ ການ​ຈໍ​ລະ​ຈອນ​ທັງ​ເປັນ​ຫົວໜ້າ​ຄະນະ​ປະສານ​ງານ​ຂັ້ນ​ສູນ​ກາງ​

ເພື່ອ​ປະຕິບັດ​ ໂຄງການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ແລະ ໂຄງການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ໄດ້​ເປັນ​ກຽດ

​ລາຍ​ງານ ແລະ ໃຫ້​ຂໍ້​ມູນ​ເພີ່ມ​ເຕີມ​ເຖິງ​ຈຸດປະສົງ, ເນື້ອ​ໃນ ແລະ ມາດ​ຕະການ​ກໍ​ຄື​ນະໂຍບາຍ​ຂອງ​ໂຄງການ​ຜະລິດ​ເຂົ້າ

ແລະ ຜະລິດ​ສັດ​ທີ່​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ແລະ ປ່າໄມ້​ໄດ້​ສະເໜີ​ລາຍ​ງານ​ຕໍ່​ທີ່​ປະຊຸມ​ໃນ​ມື້ກ່ອນ.

 

ທັງ​ນີ້ ທ່ານ​ຮອງ​ນາຍົກ​ກ່າວ​ວ່າ: ໂຄງການ​ຜະລິດ​ເຂົ້າ ແລະ ຜະລິດ​ສັດ​ທີ່​ກຳລັງ​ດຳເນີນ​ຂະນະ​ນີ້​ແມ່ນ​ໄດ້​ສ້າງ​ຂຶ້ນ ເພື່ອ

​ເປົ້າ​ໝາຍ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ​ໃນ​ໄລຍະ​ຍາວ  ແລະ  ທັງ​ເປັນ​ການ​ສ້າງ​ເງື່ອນໄຂ ເພື່ອ

​ສ້າງ​ແຫຼ່ງ​ລາຍ​ໄດ້​ເພີ່ມ​ໃຫ້​ກັບ​ປະຊາຊົນ​ຜູ້​ທຸກ​ຍາກ ສຳລັບ​ໂຄງການ​ຜະລິດ​ເຂົ້າ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ​ຍອດ​ການ​ຜະລິດ

​ຮອດ​ປີ 2025 ສຳລັບ​ການ​ຄ້ຳປະກັນ​ສະບຽງ​ອາຫານ​ໃຫ້​ໄດ້​ບໍ່​ຫຼຸດ 2,5 ລ້ານ​ໂຕນ​ຕໍ່​ປີ ໃນ​ນັ້ນ ເຂົ້າ​ບໍລິໂພກ 2,1 ລ້ານ​ໂຕນ

ແລະ ເຂົ້າ​ແຮ​ໄວ້​ປະມານ 4 ແສນ​ໂຕນ.

 

ແນວໃດ​ກໍ​ດີ ເພື່ອ​ບັນລຸ​ເປົ້າ​ໝາຍ ດັ່ງກ່າວ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ລະບຸ​ວ່າ: ອັນ​ທຳ​ອິດ​ຕ້ອງ​ກຳນົດ ແບ່ງ​ເຂດ

​ການ​ຜະລິດ​ສະເພາະ ​ໂດຍ​ມີ​ການ​ຄຸ້ມ​ຄອງ ແລະ ປົກ​ປ້ອງ​ບໍ່​ໃຫ້​ຫັນ​ໄປ​ໃຊ້​ໃນ​ເປົ້າ​ໝາຍ​ອື່ນ ໂດຍ​ສະເພາະ​ແມ່ນ​ດິນ​ປູກ​ເຂົ້າ​

ໃນ​ເຂດ​ຊົນລະປະທານ ໂດຍ​ໄດ້​ເລືອກ​ເອົາ​ຈຸດ​ສຸມ​ປູກ​ເຂົ້າ​ໃນ 10 ແຂວງ​ມີ​ເນື້ອທີ່ນາ 6 ແສນ​ເຮັກຕາ ນອນ​ຢູ່​ໃນ​ບັນດາ​

ແຂວງ​ທົ່ງພຽງ​ໃຫຍ່, ທົ່ງພຽງ​ປານ​ກາງ ແລະ ທົ່ງພຽງ​ນ້ອຍ​ໃນ​ທົ່ວ​ປະເທດ.

 

ໄປ​ຄຽງ​ຄູ່​ກັນ​ນັ້ນ ກໍ​ຕ້ອງ​ກຳນົດ​ແຜນ​ສະໜອງ​ນ້ຳ​ຊົນລະປະທານ​ເປັນ​ອັນ​ສະເພາະ​ສຳລັບ​ໂຄງການ​ຜະລິດ​ເຂົ້າ; ເອົາໃຈໃສ່​

ການ​ຜະລິດ ແລະ ສະໜອງ​ດ້ານ​ແນວ​ພັນ​ເຂົ້າ​ທີ່​ມີ​ຄວາມ​ຕ້ອງການ​ປະມານ 17 ພັນ​ໂຕນ ຮອດ​ປີ 2020 ແລະ 30 ພັນ​ໂຕນ

ຮອດ​ປີ 2025.

 

ສ່ວນ​ໂຄງການ​ລ້ຽງສັດ​ ທ່ານ​ຮອງ​ນາຍົກ​ກ່າວ​ວ່າ: ພວກ​ເຮົາ​ຈະ​ຕ້ອງ​ໄດ້​ດຳເນີນ​ໂຄງການ​ພັດທະນາ​ດ້ານ​ການລ້ຽງສັດ ເພື່ອ

​ຍົກ​ລະດັບ​ການ​ຜະລິດ​ສັດລ້ຽງ​ເປັນ​ຟາມ​ ຈາກ​ປະຈຸ​ບັນ​ປະມານ 90 ພັນ​ໂຕນ​ຕໍ່​ປີ ໃຫ້​ເພີ່ມ​ຂຶ້ນ​ເທົ່າ​ຕົວ ໃນ​ນີ້​ຊີ້ນ​ສັດ​ໃຫຍ່​ໃຫ້

​ບັນລຸ 5,4 ພັນ​ໂຕນ, ຊີ້ນ​ໝູ 50,3 ພັນ​ໂຕນ, ປາ 56 ພັນ​ໂຕນ ແລະ ສັດ​ປີກ 68,3 ພັນ​ໂຕນ ຫຼື ໃຫ້​ກວມ​ເອົາ 30% ຂອງ​ບໍ​ລິ​

ມາດ​ການ​ຜະລິດ​ສັດ ແລະ ສັດ​ນ້ຳ​ໃນ​ທົ່ວ​ປະເທດ.

 

ຂະນະ​ທີ່ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ເຊື່ອ​ວ່າ: ຖ້າ​ໂຄງການ​ຫາກ​ໄດ້​ດຳເນີນ​ໄປ​ຕາມ​ເນື້ອ​ໃນ​ມາດ​ຕະການ ແລະ ນະໂຍ

ບາຍ​ສະເໜີ ​ແມ່ນ​ຈະ​ສາມາດ​ເຮັດ​ໃຫ້​ລາວ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ທີ 1 ທັງ​ຈະ​ສ້າງ​ປະຖົມ​ປັດ​ໄຈ ແລະ ພື້ນຖານ​ອັນ​

ໜັກ​ແໜ້ນ​ໃຫ້​ແກ່​ການ​ແຂ່ງຂັນ​ຜະລິດ​ສິນຄ້າ​ສະບຽງ​ອາຫານ ແລະ ກະສິກຳ​ທີ່​ມີ​ຄຸນ​ນະ​ພາບ​ໄດ້​ມາດຕະຖານ​ສາກົນ​ໃນ​ເວ

ລາ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ຈະ​ເປັນ​ຂໍ້​ສະດວກ​ໃຫ້​ສາມາດ​ເຄື່ອນ​ໄຫວ​ໄດ້​ຢ່າງ​ມີ​ປະ​ສິດທິ​ຜົນ​ໃນ​ຂອບ​

ການ​ຄ້າ​ເສລີ​ຕາມ​ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ