spot_img
Homeຂ່າວພາຍ​ໃນເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງ

Published on

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2024, ຢູ່ສໍານັກງານປະທານາທິບໍດີ, ນະຄອນຫຼວງ ດີລີ, ສາທາລະນະລັດປະຊາທິປະໄຕຕີມໍ-ແລັດສະເຕ,ທ່ານ ຄຳເຟື້ອງ ພັນທະໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂຮເຊ ຣາໂມສ ອໍຕາ (H.E. Mr. Jose Ramos-Horta), ປະທານາທິບໍດີ ແຫ່ງ ສາທາລະນະລັດປະຊາທິປະໄຕຕີມໍ-ແລັດສະເຕ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດປະຊາທິປະໄຕຕີມໍ-ແລັດສະເຕ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາກຕາ, ສາທາລະນະລັດອິນໂດເນເຊຍ.

May be an image of 3 people and dais

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຄຳເຟື້ອງ ພັນທະໄຊ ໄດ້ຖືໂອກາດນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ໂຮເຊ ຣາໂມສ ອໍຕາ,ປະທານາທິບໍດີ ແຫ່ງ ສປ ຕີມໍ-ແລັດສະເຕ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນສະໜິດແໜ້ນລະຫວ່າງສອງປະເທດ.ພ້ອມນັ້ນ, ກໍໄດ້ອວຍພອນໄຊອັນປະເສີດແດ່ ພະນະທ່ານປະທານາທິບໍດີ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ, ລວມທັງປະຊາຊົນຕີມໍ-ແລັດສະເຕທຸກຖ້ວນໜ້າ ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ.

May be an image of 7 people, dais and text

ພະນະທ່ານ ໂຮເຊ ຣາໂມສ ອໍຕາໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງທ່ານ ເອກອັກຄະລັດຖະທູດແຫ່ງ ສປປ ລາວຄົນໃໝ່ ປະຈໍາ ຕີມໍ-ແລັດສະເຕ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດລາວຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.

ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...