spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງຫ້ອງນໍ້າ ພູສີ ຫຼວງພະບາງ

ໂຄງການກໍ່ສ້າງຫ້ອງນໍ້າ ພູສີ ຫຼວງພະບາງ

Published on

ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງນໍ້າສາທາລະນະ ຢູ່ບໍລິເວນພູສີ, ບໍລິເວນວັດຖໍ້າ ນະຄອນ-ຫຼວງພະບາງ (ເບື້ອງນໍ້າຄານ) ໄດ້ຈັດຂຶ້ນວັນທີ 15 ກຸມພາ ຜ່ານມາ, ໂດຍມີທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ, ທ່ານ ວອນຮະຢອງ ລີ ເລຂາທິການສະມາຄົມຫ້ອງນໍ້າໂລກ ຜູ້ໃຫ້ທຶນກໍ່ສ້າງ, ມີຕາງໜ້າຫ້ອງວ່າການແຂວງ, ອົງການປົກຄອງບ້ານເຂົ້າຮ່ວມ.

May be an image of 6 people, wedding and text

ທ່ານ ວັນສະເຫຼີມ ອູ່ນທວງ ອຳນວຍການບໍລິສັດໂຊກເມືອງຫຼວງສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານຈຳກັດ ໄດ້ລາຍງານຜົນສໍາເລັດການກໍ່ສ້າງຫ້ອງນໍ້າສາທາລະນະ ຢູ່ພູສີ (ເບື້ອງນ້ຳຄານ) ມີມູນຄ່າ 35.000 ໂດລາ, ມີຂະໜາດ 3,3 ແມັດ x 6 ແມັກ, ເປັນອາຄານຊັ້ນດຽວ, ໂຄງສ້າງເບຕົ່ງເສີມເຫຼັກ ແບບຖາວອນ, ປະກອບມີ 5 ຫ້ອງ, ເຊິ່ງໄດ້ເລີ່ມກໍ່ສ້າງຕັ້ງແຕ່ວັນທີ 10 ຕຸລາ 2023 ຈົນເຖິງວັນທີ 10 ກຸມພາ 2024 ລວມໄລຍະການກໍ່ສ້າງ 120 ວັນ ແມ່ນສໍາເລັດ 100%. ຈາກນັ້ນ, ຜູ້ແທນເຂົ້າຮ່ວມ ກໍໄດ້ຮ່ວມກັນ ຕັດແຖບຜ້າ ເພື່ອເປີດນໍ້າໃຊ້ ຫ້ອງນໍ້າ ດັ່ງກ່າວຢ່າງເປັນທາງການ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...