spot_img
Homeຂ່າວພາຍ​ໃນຍື່ນສານຕາຕັ້ງຕໍ່ ພະນະທ່ານ ສີ ຈິ້ນຜິງ

ຍື່ນສານຕາຕັ້ງຕໍ່ ພະນະທ່ານ ສີ ຈິ້ນຜິງ

Published on

ໃນວັນທີ 30 ມັງກອນ ທີ່ຜ່ານມາ, ທີ່ຫໍສະພາປະຊາຊົນຈີນ ທ່ານ ສົມພອນ ສີຈະເລີນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ.

May be an image of 2 people

ໃນໂອກາດດັ່ງກ່າວ,ສະຫາຍເອກອັກຄະລັດຖະທູດໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານສະຫາຍອ້າຍນ້ອງຈາກສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສະຫາຍ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ, ລັດຖະບານ ແລະ ປະຊາຊົນຈີນທຸກທົ່ວໜ້າ.

May be an image of 2 people

ສະຫາຍປະທານປະເທດ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ສະຫາຍ ສົມພອນ ສີຈະເລີນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສປ ຈີນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ, ພ້ອມທັງສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດເຖິງສະຫາຍປະທານປະເທດ ທອງລຸນ ສີສຸລິດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ, ພ້ອມທັງອວຍພອນໃຫ້ສະຫາຍເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປ ຈີນ, ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນຮ່ວມມືອັນເປັນມູນເຊື້ອບົນພື້ນຖານຄູ່ຮ່ວມຍຸດທະສາດຮອບດ້ານ, ໜັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...