spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ ສ້າງອາຄານໂຮງຮຽນ

ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ ສ້າງອາຄານໂຮງຮຽນ

Published on

ພິທີເຊັນສັນຍາໃຫ້ທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ ຂອງໂຮງຮຽນ ມສ ເມືອງແມດ ໄດ້ຈັດຂຶ້ນເມື່ອວັນທີ 30 ມັງກອນທີ່ຜ່ານມາ, ໂດຍການເຊັນສັນຍາລະຫວ່າງທ່ານ ໂຄບະຢາຊິ ເຄນນິຈິ (Mr KOBAYASHI Kenichi) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ໄມເສົາ ພົມມະຈັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງແມດ, ໂດຍການເຂົ້າຮ່ວມເປັນສັກຄີພິຍານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ອ໊ອດ ແສງພິມ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ແລະ ຜູ້ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນໄດ້ກ່າວສະແດງຄວາມຂອບໃຈລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອດັ່ງກ່າວ ເຊິ່ງຈະເປັນການປະກອບສ່ວນຢ່າງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍ່ຄືຂອງເມືອງແມດ, ໂດຍສະເພາະ ການປະຕິບັດບັນດາຄາດໝາຍຕົວຊີ້ວັດໃນຂົງເຂດຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ເຊິ່ງເຮັດໃຫ້ບາງຕົວຊີ້ວັດໄດ້ບັນລຸຕາມຄາດໝາຍທີ່ວາງໄວ້, ພ້ອມນັ້ນກໍ່ເຮັດໃຫ້ຂະແໜງການດັ່ງກ່າວຂອງແຂວງວຽງຈັນໄດ້ຮັບການພັດທະນາດີຂຶ້ນຖ້າທຽບໃສ່ໄລຍະຜ່ານມາ.ທ່ານຍັງໄດ້ກ່າວຕື່ມອີກວ່າ: ໄລຍະຜ່ານມາອົງການປົກຄອງແຂວງກໍ່ໄດ້ເອົາໃຈໃສ່ຊີ້ນຳພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການໃນການບູລະນະຮັກສາ ວັດຖຸ – ສິ່ງຂອງຕ່າງໆ ທີ່ໄດ້ຮັບການຊ່ວຍເຫຼືອ ແລະ ນໍາໃຊ້ໃຫ້ຖືກເປົ້າໝາຍ, ເພື່ອເກີດຜົນປະໂຫຍດສູງສຸດແກ່ປະຊາຊົນ.

ທ່ານ ໂຄບະຢາຊິ ເຄນນິຈິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອສ້າງອາຄານຮຽນຄັ້ງນີ້ ຍ້ອນວ່າໂຮງຮຽນດັ່ງກ່າວເປັນໂຮງຮຽນໃຫຍ່, ນັກຮຽນມີຈຳນວນຫຼາຍ, ຫ້ອງຮຽນ ແລະ ຫ້ອງນ້ຳມີຈຳກັດ, ບໍ່ພຽງພໍກັບການນຳໃຊ້, ອີກຢ່າງເພື່ອເປັນການປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດຂອງເມືອງແມດກໍ່ຄືແຂວງວຽງຈັນໃຫ້ມີຄຸນນະພາບສູງຂຶ້ນ.

May be an image of 1 person

ໂຄງການດັ່ງກ່າວປະກອບມີອາຄານຮຽນ 1 ຫຼັງ ຂະໜາດ 9 ແມັດ x 42 ແມັດ, ປະກອບມີ 6 ຫ້ອງຮຽນ ແລະ 6 ຫ້ອງນ້ຳ. ເຊິ່ງຈະເລີ່ມລົງມືກໍ່ສ້າງໃນຕົ້ນເດືອນກຸມພາ 2024 ນີ້, ບໍລິສັດວຽງໄຊດວງປັນຍາເປັນຜູ້ຮັບເໝົາກໍ່ສ້າງໂດຍຈະໃຊ້ເວລາກໍ່ສ້າງທັງໝົດ 6 ເດືອນໃຫ້ສຳເລັດ.

ພາບ-ຂ່າວ: ບຸນມາ ແກ້ວບຸດດາ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...