spot_img
Homeຂ່າວອຸບັດຕິເຫດຊີ້ແຈງ! ອຸບັດຕິເຫດນັກທ່ອງທ່ຽວຕົກຫຼັງຄາລົດ ຍ້ອນຕຳຄານກັ້ນຄວາມສູງ

ຊີ້ແຈງ! ອຸບັດຕິເຫດນັກທ່ອງທ່ຽວຕົກຫຼັງຄາລົດ ຍ້ອນຕຳຄານກັ້ນຄວາມສູງ

Published on

ຈາກກໍລະນີ ທີ່ມີນັກທ່ອງທ່ຽວ ຕ່າງປະເທດຕົກຫຼັງຄາລົດ ຍ້ອນຕຳຄານກັ້ນຄວາມສູງ ຢູ່ເຂດ ບ້ານຫ້ວຍສະເຫງົ້າ, ເມືອງວັງວຽງ, ແຂວງວຽງຈັນ ໃນຕອນແລງວັນທີ 19 ມັງກອນ ປີ2024 ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍຄົນ.

ຕໍ່ກໍລະນີນີ້, ທ່ານ ອັດທະຍາໄສ ມະນີວັນ, ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ ໄດ້ອະທິບາຍຊີ້ແຈງ ໃນວັນທີ 22 ມັງກອນ ປີ 2024 ນີ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາ 17 ໂມງ 30 ນາທີ, ມີຄົນຂັບລົດຊື່ ທ້າວ ທອງມີ ຂັບລົດໄປຮັບເອົານັກທ່ອງທ່ຽວຕ່າງປະເທດຢູ່ຮ້ານອາຫານແຫ່ງໜຶ່ງແຄມນໍ້າຊອງເຂດຖໍ້ານອນຂົວສີຟ້າ ຊຶ່ງມີທັງໝົດ 13 ຄົນ, ຍິງ 4 ຄົນ. ນັກທ່ອງທ່ຽວດັ່ງກ່າວແມ່ນຄົນນໍາທ່ຽວຂອງກຸ່ມບໍລິການກົງເບັງໄດ້ມາສົ່ງຂຶ້ນລົດຂອງ ທ້າວ ທອງມີ, ໃນເວລາຂຶ້ນລົດເບື້ອງຕົ້ນທຸກຄົນໄດ້ເຂົ້າໄປນັ່ງຢູ່ໃນລົດ, ຫລັງຈາກນັ້ນຄົນນໍາທ່ຽວໄດ້ເອົາເຮືອກາຍັກລ່ອງຕາມນໍາຊອງຕໍ່.

ສ່ວນ ທ້າວ ທອງມີ ໄດ້ຂັບລົດເພື່ອໄປສົ່ງນັກທ່ອງທ່ຽວ. ແຕ່ຍ້ອນບໍ່ຮູ້ວ່ານັກທ່ອງທ່ຽວທີ່ຂີ່ລົດໄປນໍາໄດ້ຂຶ້ນໄປຢູ່ເທີງຫລັງຄາລົດ ຈົນມາຮອດຈຸດເກີດເຫດລາວໄດ້ຍິນສຽງດັງຕຸ່ມຈິ່ງຮູ້ວ່ານັກທ່ອງທ່ຽວທີ່ມານໍາຂຶ້ນເທີງຫລັງຄາລົດແລ້ວຕໍາເອົາຄານກັ້ນຄວາມສູງ ທີ່ມີຄວາມສູງ 2,5 ແມັດ, ຈຶ່ງຢຸດລົດລົງມາເບິ່ງ ແລະ ເຫັນນັກທ່ອງທ່ຽວຕົກຫລັງຄາລົດ 3 ຄົນ, ຍັງຄ້າງຢູ່ເທີງຫລັງຄາ 4 ຄົນ.

ຫລັງຈາກນັ້ນ ໄດ້ປະສານຫາເຈົ້າໜ້າທີ່ກ່ຽວຂ້ອງເພື່ອນໍາສົ່ງຄົນເຈັບໄປໂຮງໝໍ ເມືອງວັງວຽງ ເພື່ອປິ່ນປົວ ແລະ ຕິດຕາມອາການ.
ທ່ານໃຫ້ຮູ້ຕື່ມວ່າ: ຈາກເຫດການທີ່ເກີດຂຶ້ນ ເຮັດໃຫ້ມີຜູ້ບາດເຈັບເລັກນ້ອຍ 5 ຄົນ, ບາດເຈັບສົມຄວນ 1 ຄົນ ແລະ ເຈັບໜັກ 1 ຄົນ (ສົ່ງປິ່ນປົວຢູ່ນະຄອນຫລວງວຽງຈັນ ແລະ ອອກໂຮງໝໍໃນວັນທີ 22 ມັງກອນນີ້), ສ່ວນອີກ 6 ຄົນທີ່ປິ່ນປົວຢູ່ໂຮງໝໍເມືອງວັງວຽງ ກໍໄດ້ອອກໂຮງໝໍໃນວັນທີ 22 ມັງກອນນີ້ເຊັ່ນດຽວກັນ. ສ່ວນຄ່າໃຊ້ຈ່າຍໃນການປິ່ນປົວທັງໝົດແມ່ນມອບໃຫ້ເຈົ້າຂອງລົດ (ທ້າວ ທອງມີ) ເປັນຜູ້ຮັບຜິດຊອບທັງໝົດ, ສ່ວນລົດຂອງຜູ້ກ່ຽວເຈົ້າໜ້າທີ່ໄດ້ກັກໄວ້ເພື່ອລໍຖ້າການສືບສວນສອບສວນຂໍ້ມູນໃຫ້ລະອຽດກ່ອນ ເພາະເປັນລົດຂອງບຸກຄົນບໍ່ແມ່ນລົດຂອງບໍລິສັດທີ່ບໍລິການທ່ອງທ່ຽວແຕ່ຢ່າງໃດ.

ນອກຈາກນີ້ ໄດ້ອອກບັດເຊີນໃຫ້ກຸ່ມບໍລິການກົງເບັງ, ເຈົ້າຂອງລົດ ແລະ ຜູ້ນໍາທ່ຽວທີ່ກ່ຽວຂ້ອງເຂົ້າມາຫ້ອງການຂອງເມືອງເພື່ອຮ່ວມກັນຫາວິທີແກ້ໄຂບັນຫາທີ່ເກີດຂຶ້ນ. ນອກຈາກນີ້ ຈະອອກແຈ້ງການເຖີງຫົວໜ່ວຍທຸລະກິດທີ່ຕິດພັນກັບການທ່ອງທ່ຽວໃຫ້ເພີ່ມຄວາມເອົາໃຈໃສ່ບໍລິການນັກທ່ອງທ່ຽວ ໂດຍສະເພາະຄວາມປອດໄພຕ່າງໆ ໃຫ້ດີຂຶ້ນກວ່າເກົ່າ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...