spot_img
Homeຂ່າວພາຍ​ໃນວາງສີລາລຶກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມ

ວາງສີລາລຶກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມ

Published on

ພິທີວາງສີລາລຶກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໂດຍໄດ້ຮັບທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມຈາກທະນາຄານພັດທະ ນາອາຊີ OPEC Fund, EIB, EU-AIF & GEF ອີງຕາມສັນຍາຮັບເໝົາກໍ່ສ້າງລະຫວ່າງກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບບໍລິສັດ Dangkhoa General Service Trading ຈຳກັດຄັ້ງວັນທີ 1 ພະຈິກ 2023 ໄດ້ຈັດຂຶ້ນໃນວັນທີ 5 ມັງກອນນີ້, ທີ່ບ້ານໂພນຄໍາ ຫຼັກ 16 ຖະໜົນ 13 ໃຕ້ເມືອງໄຊທານີ ນວ ໂດຍການເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ຈັນ ວັນ ເທຣ ປະທານບໍລິສັດ Dangkhoa General Service Trading ຈໍາກັດ ພ້ອມຄະນະປະທານ ແລະ ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ຜູ້ຕາງໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການວ່າ: ໂຄງການກໍ່ສ້າງອູ່ລົດ, ບຳລຸງຮັກສາ ແລະ ສູນບັນຊາລົດເມ ລວມມີໜ້າວຽກຕົ້ນຕໍຄື: ກໍ່ສ້າງລານຈອດລົດເມຮອງຮັບ 80 ຄັນ, ໜ້າທາງປູດ້ວຍຢາງອາດສະຟານບໍລິເວນບ່ອນຈອດລົດ, ອາຄານຫ້ອງການມີ 4 ຊັ້ນ, ກໍ່ສ້າງ ແລະ ຕິດຕັ້ງອຸປະກອນໃນກາລ່າທາງພາຍໃນ ແລະ ເຂົ້າ-ອອກ, ຕິດຕັ້ງໄຟຟ້າ (Transformer), ລະບົບບໍາບັດນໍ້າເປື້ອນ, ລ້າງ-ອັດສິດລົດ, ສາຍໄຍແກ້ວ (fiber optic), ນໍ້າປະປາ ແລະ ອື່ນໆ. ໃນນັ້ນ, ສະເພາະການກໍ່ສ້າງລານຈອດລົດເມ BRT ຈະໃຫ້ສໍາເລັດພາຍໃນເດືອນມິຖຸນາ 2024 ເພື່ອຮອງຮັບລົດເມໄຟຟ້າຈະມາເຖີງ.

ຊຶ່ງຕອນດິນທີ່ໃຊ້ໃນການກໍ່ສ້າງອູ່ລົດເມ BRT ແມ່ນດິນຂອງກະຊວງ ຍທຂ ທີ່ໄດ້ມອບໃຫ້ໂຄງການເພື່ອເປັນການປະກອບສ່ວນ ໃນການພັດທະນາ ແລະ ສົ່ງເສີມການຂົນສົ່ງສາທາລະນະໃນຕົວເມືອງ ນວ ໂດຍທີ່ດິນມີເນື້ອທີ່ປະມານ 29,179 m² ໂດຍບໍລິສັດທີ່ຊະນະການປະມູນໃນການກໍ່ສ້າງແມ່ນບໍລິສັດ Dangkhoa General Service Trading ຈໍາກັດຈາກ ສສ ຫວຽດນາມໃນມູນຄ່າສັນຍາ 7.003.343,60 ໂດລາ (ເຈັດລ້ານສາມພັນສາມຮ້ອຍສີ່ສິບສາມໂດລາແລະ ຫົກສິບເຊັນ). ຄາດວ່າຈະໃຊ້ເວລາໃນການກໍ່ສ້າງປະມານ 12 ເດືອນຈຶ່ງຈະສຳເລັດ ແລະ ຈະສົ່ງມອບໃຫ້ເຈົ້າຂອງໂຄງການ ຊຶ່ງໂຄງການກໍ່ສ້າງດັ່ງກ່າວຕັ້ງຢູ່ຫຼັກ 16 ຖະໜົນ 13 ໃຕ້ບ້ານໂພນຄໍາ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...