spot_img
Homeຂ່າວທົ່ວໄປງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2024 ທີ່ສວນປະຕູໄຊ

ງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2024 ທີ່ສວນປະຕູໄຊ

Published on

ໃນຄໍ່າຄືນຂອງວັນທີ 31 ທັນວາທີ່ຜ່ານມານະຄອນຫລວງວຽງຈັນ (ນວ) ໄດ້ຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2024 ທີ່ສວນປະຕູໄຊ ເຂົ້າຮ່ວມໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີພ້ອມດ້ວຍ ພັນລະຍາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນມີບັນດາລັດຖະມົນຕີ, ທູຕານຸທູດ ຫົວໜ້າພະແນກການອ້ອມຂ້າງ ນວ, ພ້ອມດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໃນປີນີ້ຖືວ່າມີຄວາມພິເສດ, ຄຶກຄື້ນມ່ວນຊື່ນ ແລະ ເປັນຊ່ວງເວລາອັນໜ້າຈົດຈຳທີ່ແສນພິເສດຂອງມວນຊົນຊາວລາວທົ່ວປະເທດ ເພາະມີການປະດັບປະດາເປີດໄຟແສງສີໃສ່ປະຕູໄຊ 4 ດ້ານຢ່າງສະຫງ່າງາມ, ຈຸດພຸດອກໄມ້ໄຟ ຈຳນວນ 60 ຊຸດ ທີ່ສວຍງາມປະມານ 15 ນາທີ, ຮ່ວມຮ້ອງເພງສະບາຍດີປີໃໝ່ ແລະ ໄດ້ມີການສາຍ ຈໍ LED ໃສ່ 2 ຂ້າງ ເພື່ອໃຫ້ມວນຊົນທີ່ມາຮ່ວມງານໄດ້ເຫັນ, ນອກຈາກນີ້ພາຍໃນງານຍັງມີບູ໊ດຂາຍອາຫານ, ເຄື່ອງດື່ມ,ບ່ອນນັ່ງຊົມວິວ, ມຸມຖ່າຍຮູບ,ບູ໊ດວາງສະແດງຂາຍສິນຄ້າໂອດັອບ ແລະ ເຄື່ອງທີ່ລະນຶກຈຳນວນໜຶ່ງເພື່ອສ້າງບັນຍາກາດອັນໜ້າທ່ຽວຊົມແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ເຊິ່ງທາງທີມຂ່າວລາວໂພສໄດ້ມີໂອກາດສຳພາດປະຊາຊົນບາງສ່ວນທີ່ໄດ້ມາຮ່ວມງານຕ່າງກໍເວົ້າເປັນສຽງດຽວກັນວ່າ: ຮູ້ສຶກຕື່ນເຕັ້ນຫຼາຍ ເພາະເປັນປີທຳອິດທີ່ມີການສະເຫຼີມສະຫຼອງ ປີໃໝ່ສາກົນ ແລະ ມີການຈູດພຸ ຢູ ທີ່ປະຕູໄຊ ຖືວ່າເປັນການສະເຫຼີມສະຫຼອງປີໃໝ່ທີ່ມີຄວາມພິເສດກວ່າປີທີ່ຜ່ານມາ ແລະຢາກໃຫ້ມີການຈັດງານແບບນີ້ຂຶ້ນມາອີກທຸກໆປີ, ສຳລັບການປັບປຸງງານແມ່ນຢາກໃຫ້ເພີ່ມບ່ອນຝາກລົດໃຫ້ເປັນລະບຽບ, ເພິ່ມຫ້ອງນ້ຳ, ຈຸດວາງຂີ້ເຫຍື້ອ,ຈຳນວນລູກພຸ ແລະ ລວດລາຍຂອງພຸໃຫ້ຫຼາກຫຼາຍຍິ່ງຂຶ້ນ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...