spot_img
Homeຂ່າວອຸບັດຕິເຫດກໍລະນີອຸບັດຕິເຫດລົດເກັງຕຳພໍ່ຕູ້ຄຳພັນ ອາຍຸ 74 ປີ

ກໍລະນີອຸບັດຕິເຫດລົດເກັງຕຳພໍ່ຕູ້ຄຳພັນ ອາຍຸ 74 ປີ

Published on

ທ່ານ ພັນໂທ ສິນທະສອນ ຈັນທະວົງສາ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ຜູ້ຊີ້ນຳວຽກງານຕຳຫຼວດຈະລາຈອນ ແລະ ມອດໄຟ ໄດ້ອອກມາຊີ້ແຈງກ່ຽວກັບກໍລະນີລົດເກັງຕຳຮົ້ວ ແລະ ພໍ່ຕູ້ຄຳພັນ ອັດເຂົ້າກັບລົດວີໂກ້ ຢູ່ເສັ້ນທາງບ້ານດົງປະລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນວັນທີ 18 ມິຖຸນາ 2023 ຜ່ານມາ.

ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ຄູ່ກໍລະນີທີ່ຂັບລົດມາຕຳມີຊື່ວ່າ: ທ້າວ ວູດິ່ງວ່ຽງ ອາຍຸ 23 ປີສັນຊາດຫວຽດນາມ ອາຊີບນັກສຶກສາ ປັດຈຸບັນອາໄສ ຢູ່ຫໍພັກມະຫາວິທະຍາໄລແຫ່ງຊາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງຜູ້ກ່ຽວໄດ້ຂັບລົດມາແຕ່ທາງວົງວຽນດົງປະລານ ມຸ້ງໜ້າໄປທາງໄຟແດງວັດທາດຝຸ່ນ ພໍມາຮອດເຂດບ້ານດົງປະລານ ກໍໄດ້ເສຍຫຼັກຂຶ້ນຟຸດບາດໄດ້ໄປຕຳເອົາຮົ້ວເຮືອນ ແລະ ພໍ່ຕູ້ຄຳພັນ ທຳມະວົງສາ ອາຍຸ 74 ປີ ສັນຊາດລາວ ທີ່ກຳລັງຍືນລ້າງມືຢູ່ຕໍ່ໜ້າເຮືອນ ເຮັດໃຫ້ພໍ່ຕູ້ຄຳພັນໄດ້ຮັບບາດເຈັບ ຂາຫັກ 2 ເບື້ອງ ແລະ ລົດຂອງຜູ້ກ່ຽວກໍໄດ້ໄປຕຳເອົາລົດກະບະ ປ້າຍທະບຽນ ກດ 9944 ທີ່ຈອດໄວ້ຢູ່ໜ້າເຮືອນ.

ພາຍຫຼັງທີ່ເກີດອຸບັດຕິເຫດເຈົ້າໜ້າທີ່ໄດ້ນຳລົດທັງ 2 ຄັນເຂົ້າມາດຳເນີນຄະດີຕາມລະບຽບກົດໝາຍ, ສ່ວນພໍ່ຕູ້ຄຳພັນທີ່ບາດເຈັບໄດ້ຖືກນຳສົ່ງໂຮງໝໍມິດຕະພາບ 150 ຕຽງໃນໄລຍະປິ່ນປົວຄູ່ກໍໍລະນີກໍຄທ: ທ້າວ ວູດິ່ງວ່ຽງ ໄດ້ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆທັງໝົດ ແລະ ໄດ້ເຝົ້າຄົນເຈັບ ຈົນທ່ານໝໍໄດ້ອານຸຍາດໃຫ້ພໍ່ຕູ້ຄຳພັນ ໄດ້ອອກມາປິ່ນປົວຢູ່ເຮືອນ ເຊິ່ງໃນຊ່ວງເວລາທີ່ປິ່ນປົວຢູ່ເຮືອນຄູ່ກໍລະນີກໍໄດ້ທຽວມາຢ້ຽມຢາມ ແລະ ມາຊ່ວຍເຫຼືອພໍ່ຕູ້ຄຳພັນ ແລະ ຄ່າສ້ອມແປງລົດວີໂກ້ກໍແມ່ນ ທ້າວ ວູດິ່ງວ່ຽງ ໄດ້
ຮັບຜິດຊອບສ້ອມແປງໃຫ້ຄືນສະພາບເດີມ ແລະ ສ້ອມແປງກຳແພງເຮືອນໃຫ້ກັບເປັນປົກກະຕິ.

ຈົນມາຮອດວັນທີ 27 ກໍລະກົດ 2023 ທາງກົມຕຳຫຼວດຈະລາຈອນໄດ້ເຊີນຄູ່ກໍລະນີທັງສອງຝ່າຍ ເຂົ້າຮັບຟັງການອະທິບາຍຊີ້ແຈງກ່ຽວກັບກົດຈະລາຈອນຂອງຄູ່ກໍລະນີ ເຊິ່ງທັງສອງຝ່າຍກໍເຫັນດີເປັນເອກະພາບກັນ ແລະ ພ້ອມກັນເຊັນບົດບັນທຶກ ຫຼັງຈາກນັ້ນຄູ່ກໍລະນີຍັງໄດ້ໂອ້ລົມກັນຕື່ມແຕ່ທັງສອງຝ່າຍຍັງຕົກລົງກັນບໍ່ໄດ້ ເຈົ້າໜ້າທີ່ຈຶ່ງໄດ້ແຈ້ງຄູ່ກໍລະນີທັງສອງຝ່າຍໃຫ້ສະຫຼຸບສຳນວນຄະດີ ທີ່ອົງການໄອຍະການປະຊາຊົນເຂດ 3 ເປັນຜູ້ສຶບຕໍ່ດຳເນີນຕາມຂະບວນການຍຸດຕິທຳຕໍ່ໄປ.

ອຸບັດເຫດດັ່ງກ່າວໄດ້ເກີດຂຶ້ນມາໄດ້ປະມານ 6 ເດືອນແລ້ວ ຕົກມາຮອດວັນທີ 18/12/2023 ທາງຜູ້ເປັນລູກຊາຍໄດ້ລະບຸວ່າ: ພາຍຫຼັງທີ່ເກີດອຸບັດເຫດ ພໍ່(ຜູ້ເສຍຊີວິດ) ໄດ້ກາຍເປັນຜູ້ປ່ວຍຕິດຕຽງ ແລະ ບໍ່ໄດ້ຮັບເງິນຄ່າປິ່ນປົວແຕ່ຢ່າງໃດ ຈົນເລື່ອງໄດ້ຮອດສານປະຊາຊົນ ເຂດ3 ເມືອງສີສັດຕະນາກ ແລ້ວສານກໍຕັດສິນວ່າ: ຄູ່ກໍລະນີຕ້ອງມອບເງິນຢຽວຢາໃຫ້ 2.000.000ກີບ ແຕ່ກໍຍັງບໍ່ໄດ້ ຈົນເຖິງປັດຈຸບັນແມ່ນພໍ່ກໍເສຍຊີວິດລົງແລ້ວ ງານປະນາກິດສົບໄດ້ຈັດໃນວັນທີີ 20/12/2023, ດັ່ງນັ້ນ ຜູ້ເປັນລູກຊາຍ ຈຶ່ງໄດ້ອອກມາໂພສຂໍຄວາມຍຸດຕິທຳ.

ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າເບິ່ງຄືນຕື່ມ ເພື່ອໃຫ້ຄວາມເປັນທຳແກ່ຄອບຄົວຂອງພໍ່ຕູ້ຄຳພັນ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...