spot_img
Homeຂ່າວຕ່າງປະເທດຊາຍໃຈກ້າ! ຖືກງູເຫຼືອມ 3 ແມັດກັດ ແຕ່ກັດງູຄືນຈົນຕາຍ

ຊາຍໃຈກ້າ! ຖືກງູເຫຼືອມ 3 ແມັດກັດ ແຕ່ກັດງູຄືນຈົນຕາຍ

Published on

ອີງຕາມສຳນັກຂ່າວຕ່າງປະເທດ World Forum ລາຍງານໃນວັນທີ 23 ທັນວາ 2023 ຜ່ານມາ, ຊາຍຊາວຟິລິປິນຖືກງູເຫຼືອມຍາວ 3 ແມັດກັດທີ່ແຂນ ແຕ່ໃຈສູ້ກັດງູຄືນຈົນງູຕາຍ ເຫດການດັ່ງກ່າວເກີດຂຶ້ນທີ່ແຂວງ ໂບໂຫ ປະເທດຟິລິປິນ ໃນວັນທີ 21 ທັນວາ 2023 ຜ່ານມາ.

ຕາມການລາຍງານຊາຍຄົນດັ່ງກ່າວຊື່ວ່າ: ທ້າວ ໂບຈູລີໂອ ອາເລເຣີຍ ອາຍຸ 48 ປີກຳລັງຂັບລົດຈັກຕາມຫົນທາງ ໃນຕອນເຊົ້າມືດ ແລ້ວພົບງູເຫຼືອມຍາວປະມານ 3 ແມັດໂຕເທົ່າແກ້ວເບຍ ກຳລັງຂ້າມທາງ ເຂົາຈຶ່ງຈອດລົດໃຫ້ງູຂ້າມ ແຕ່ເຂົາແປກໃຈງູໄດ້ມາໂຈມຕີເຂົາ ໂດຍກັານກັດເຂົ້າທີ່ແຂນ ແລ້ວ ພັນຮອບຕົວ ລາວຈຶ່ງຕັດສິນໃຈຊອກຫົວງູແລ້ວກັດຄືນຈົນໜັງງູຈີກຂາດອອກ ໃຊ້ເວລາປະມານ 10 ນາທີ ງູໂຕດັ່ງກ່າວໝົດລິດ. ສ່ວນທ້າວ ໂບຈູລິໂອ ຖືກນຳສົ່ງໂຮງໝໍໃນເວລາຕໍ່ມາ.

ທັງນີ້ ໂບຈູລິໂອ ເກີດອາການວິນຫົວຍ້ອນເສຍເລືອດຫຼາຍ ແຕ່ເຂົາໂຊກດີສາມາດຟື້ນຕົວໄດ້ໃນເຊົ້າມື້ຕໍ່ມາ ສ່ວນງູ ຖືກຊາວບ້ານໄດ້ເອົາໄປເປັນອາຫານ ຕາມການລາຍງານງູຊະນິດນີ້ບໍ່ມີພິດ ແຕ່ສາມາດລ່າເຫຍື່ອດ້ວຍກັນກັດ ແລະ ຣັດເຫຍື່ອແໜ້ນຈົນຕາຍ.

ຮູບພາບ: CDN

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...