spot_img
Homeຂ່າວພາຍ​ໃນຜິດຖຽງກັນ! ພໍ່ໃຊ້ປືນແກັບຍິງລູກຊາຍສາຫັດ ຕຳຫລວດຄາດຂັດຜົນປະໂຫຍດຢາເສບຕິດ!

ຜິດຖຽງກັນ! ພໍ່ໃຊ້ປືນແກັບຍິງລູກຊາຍສາຫັດ ຕຳຫລວດຄາດຂັດຜົນປະໂຫຍດຢາເສບຕິດ!

Published on

gunner

 

ເມື່ອວັນທີ 30 ພະຈິກທີ່ຜ່ານມາ ຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ໄດ້​ເກີດ​ເຫດ​ພໍ່​ອາຍຸ 60 ປີ ຜິດຖຽງ​

ກັບ​ລູກ​ຊາຍ ​ແລ້ວ​ເກີດ​ຄວາມ​ໂມ​ໂຫ​ໃຊ້​ປືນ​ແກັບຍິງ​ລູກ​ຕົນ​ເອງ​ຈົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລ້ວ​ໄປ​ກ່ຽວ​ເຂົ້າຢູ່​ທົ່ງ​ນາ

​ຢ່າງເມີນ​ເສີຍ ປະລູກນອນເຈັບຈົມກອງເລືອດ ຈົນ​ເຈົ້າໜ້າ​ທີ່​ຕຳຫລວດ​ເມືອງ​ທຸລະຄົມ ​ໄດ້​ນຳ​ຕົວ​ຜູ້ກ່ຽວ​ສົ່ງ​ໂຮງໝໍ.

 

ຜ່ານ​ການ​ສືບສວນ- ສອບ​ສວນ​ປະຊາຊົນ​ຢູ່ເຂດ​ໃກ້​ຄຽງ​ຈຶ່ງ​ຮູ້​ວ່າ ຜູ້​ກໍ່​ເຫດ​ແມ່ນ ​ທ້າວ ຕຽງ ອາຍຸ 60 ປີ ​ເປັນ​ພໍ່​ຄີງ​ຂອງ

​ຜູ້ກ່ຽວ​ເອງ ຈາກ​ນັ້ນກໍ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ.

 

ທ້າວ ຕຽງ ຮັບ​ສາລະພາບ​ວ່າ ​ໄດ້​ໃຊ້​ປືນ​ແກັບ​ຍິງ​ລູກ​ຊາຍ​ຂອງ​ຕົນ​ເອງ​ແທ້​ ຍ້ອນ​ຄວາມ​ຄຽດ​​ຈາກ​ການ​ຜິດ​ຖຽງ​ກັນ​ເປັນ

​ປະຈຳ, ເຈົ້າໜ້າ​ທີ່​ຕຳຫລວດ​ເມືອງ​ທຸລະຄົມໃຫ້​ຮູ້​ອີກ​ວ່າ ຜ່ານ​ມາ​ພໍ່​ລູກ​ຄູ່​ນີ້ມີ​ການ​ຜິດ​ຖຽງ​ກັນ​ເປັນ​ປະຈຳ ​ແລະ ສາ​ເຫດ

​ອາດ​ແມ່ນ​ຍ້ອນ​ຜົນ​ປະ​ໂຫຍ​ດທີ່​ພົວພັນ​ກັບ​ຢາ​ເສບ​ຕິດ ​ໂດຍ​ທັງ​ສອງ​ມີ​ລັກສະນະ​ທັງ​ເສບທັງ​ຂາຍ ປັດຈຸບັນ​ຄະດີ​ດັ່ງ

ກ່າວ​​ພວມ​ຢູ່​ໃນ​ການ​ດຳ​ເນີນ​ຂັ້ນຕອນ​ຕາມ​ກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...