Homeຂ່າວພາຍ​ໃນບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ມອບດິນ 37 ເຮັກຕາທີ່ເປັນເຂດການຜະລິດທອງ-ຄໍາຂອງໂຮງງານເກົ່າ ໃຫ້ແຂວງໄຊສົມບູນເປັນຜູ້ຄຸ້ມຄອງ

ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ມອບດິນ 37 ເຮັກຕາທີ່ເປັນເຂດການຜະລິດທອງ-ຄໍາຂອງໂຮງງານເກົ່າ ໃຫ້ແຂວງໄຊສົມບູນເປັນຜູ້ຄຸ້ມຄອງ

Published on

ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ໄດ້ປັບປຸງເນື້ອທີ່ດິນຈໍານວນ 37 ເຮັກຕາທີ່ເປັນເຂດການຜະລິດທອງ-ຄໍາເກົ່າຂອງໂຮງງານ ຫຼື GMO ເພື່ອຫັນມາຟື້ນຟູເນື້ອທີ່ດິນດັ່ງກ່າວໃຫ້ກັບຄືນມາຢູ່ສະພາບປົກກະຕິສໍາເລັດ ແລະ ມາຮອດປັດຈຸບັນທາງບໍລິສັດໄດ້ມອບໃຫ້ລັດຖະບານກໍ່ຄືອົງການປົກຄອງແຂວງໄຊສົມບູນເປັນຜູ້ສືບຕໍ່ຄຸ້ມຄອງຕໍ່ໄປ.

[metaslider id=”150187″]

ທ່ານ ຫານ ຈັນທະວົງ ຮອງຜູ້ຈັດການພະແນກສິ່ງແວດລ້ອມ ບໍລິສັດພູເບ້ຍມານິງ ຈໍາກັດໃຫ້ສໍາພາດນັກຂ່າວ, ໃນໂອກາດທີ່ລົງເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນ ແລະ ຜະລິດແຮ່ທາດພູຄໍາ ແລະ ພິທີມອບ 10 ໂຄງການພັດທະນາຊຸມຊົນຂອງບໍລິສັດໃນວັນທີ 14 ທັນວານີ້ວ່າ: ໃນເຂດການຜະລິດທອງ-ຄໍາເກົ່າຂອງໂຄງການ ຫຼື GMO ນອນຢູ່ເຂດບ້ານນໍ້າຍອນ ເມືອງອະນຸວົງ ເຊຶ່ງເປັນເນື້ອທີ່ ທີ່ທາງບໍລິສັດ ພູເບ້ຍ ມາຍນິງຈໍາກັດໄດ້ນໍາໃຊ້ເປັນເຂດທີ່ຕັ້ງໂຮງງານ ເພື່ອນໍາເອົາແຮ່ທີ່ຂຸດຄົ້ນຈາກເຂດພູຄໍາໄປຜະລິດເປັນຄໍາ-ທອງ, ພາຍຫຼັງໄດ້ດໍາເນີນງານມາເປັນເວລາ 5 ປີ ນັບຕັ້ງແຕ່ປີ 2005 ຈົນຮອດປີ 2010 ຈຶ່ງໄດ້ປິດໂຮງງານດັ່ງກ່າວລົງ, ຈາກນັ້ນ ມາຮອດປີ 2018 ທາງໂຄງການຈຶ່ງໄດ້ເລີ່ມຟື້ນຟູເນື້ອທີ່ດິນ ຫຼື ປັບປຸງດິນໃນບໍລິເວນດັ່ງກ່າວ ເພື່ອມອບຄືນໃຫ້ອົງການປົກຄອງແຂວງໄຊສົມບູນສືບຕໍ່ຄຸ້ມຄອງ ເພື່ອນໍາໄປທໍາການຜະລິດຂອງປະຊາຊົນ ຫຼື ນໍາໃຊ້ເຂົ້າໃນວຽກງານອື່ນໆ.

ຮອງຜູ້ຈັດການພະແນກສິ່ງແວດລ້ອມ ບໍລິສັດພູເບ້ຍມານິງ ຈໍາກັດໃຫ້ຮູ້ຕື່ມວ່າ: ພາຍຫລັງທີ່ໄດ້ມອບເນື້ອທີ່ດິນຟຶ້ນຟູໃຫ້ອົງການປົກຄອງສໍາໄຊສົມບູນສໍາເລັດແລ້ວ, ທາງບໍລິສັດ ພູເບ້ຍ ມາຍນິງ ຍັງຈະໄດ້ສືບຕໍ່ຟື້ນຟູເຂດທີ່ຕັ້ງຂອງໂຮງງານຜະລິດຄໍາ-ທອງຕອນລຸ່ມ ເຊຶ່ງເປັນເຂດພື້ນທີ່ເປັນບ່ອນບໍາບັດນໍ້າເປື້ອນຂອງໂຮງງານເກົ່າ ເຊິ່ງມາຮອດປັດຈຸບັນແມ່ນສໍາເລັດໃນຂັ້ນຕອນການປັບປຸງດິນ ຈາກນັ້ນ ຈະໄດ້ສືບຕໍ່ຟື້ນຟູ ພ້ອມທັງມອບໃຫ້ອົງການປົກແຂວງໄຊສົມບູນເປັນຜູ້ຄຸ້ມຄອງ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...