spot_img
Homeຂ່າວພາຍ​ໃນແຂວງຊຽງຂວາງ ສາມາດເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ການຜະລິດໄດ້ 18.000 ເຮັກຕາ

ແຂວງຊຽງຂວາງ ສາມາດເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ການຜະລິດໄດ້ 18.000 ເຮັກຕາ

Published on

ໃນວັນທີ 8 ພະຈິກ 2023 ທີ່ແຂວງຊຽງຂວາງ, ຄະນະກຳມະການ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມພົບປະກັບບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກລັດຖະບານ ທີ່ໃຫ້ທຶນ ເຊັ່ນ: ການາດາ, ອຽກລັງ, ຍີ່ປຸ່ນ, ສ ເກົາຫລີ, ລຸກຊຳບວກ, ນູແວນເຊລັງ ແລະ ສະຫະລັດອາເມລິກາ. ໃຫ້ກຽດເປັນປະທານຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ຊຽງຂວາງ, ປະທານຄະນະກຳມະການ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງຊຽງຂວາງ ແລະ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄຊກລ, ພ້ອມດ້ວຍຕົວແທນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີວິໄລ ແສງຈະເລີນ ໃຫ້ຮູ້ວ່າ: ແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລູກລະເບີດໃນໄລຍະສົງຄາມອິນດູຈີນ (ປີ 1964-1973) ຢ່າງໜັກໜ່ວງທີ່ສຸດ.ໃນນັ້ນ, ຍັງມີລູກລະເບີດທີ່ບໍ່ທັນແຕກ ຕົກຄ້າງຢູ່ຕາມພື້ນທີ່ຕ່າງໆຢ່າງຫລວງຫລາຍ ເປັນຕົ້ນ ພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງ. ພາຍຫລັງສົງຄາມສິ້ນສຸດລົງ, ລະເບີດບໍ່ທັນແຕກດັ່ງກ່າວ ຍັງສືບຕໍ່ທຳລາຍຊີວິດຂອງປະຊາຊົນລາວບັນດາເຜົ່າຕະຫລອດມາ ແລະ ຍັງເປັນອຸປະສັກກີດຂວາງ ຢ່າງໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນຕະຫລອດມາ ເຊິ່ງໃນແຕ່ລະປີຍັງມີປະຊາຊົນ ໄດ້ຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກຕະຫລອດມາ, ສະເພາະໃນປີ 2023 ມີ 08 ກໍລະນີ, ມີຜູ້ຮັບເຄາະຮ້າຍຈໍານວນ 15 ຄົນ, ເສຍຊີວິດ 05 ຄົນ, ເຮັດໃຫ້ປະຊາຊົນຍັງມີຄວາມຢ້ານກົວ ແລະ ບໍ່ໝັ້ນໃຈທີ່ຈະນໍາໃຊ້ດິນເຂົ້າໃນການທໍາການຜະລິດ ເນື່ອງຈາກວ່າພື້ນທີ່ສ່ວນຫລາຍແມ່ນຍັງມີລະເບີດບໍ່ທັນແຕກ ຕົກຄ້າງ ແລະບໍ່ມີຄວາມປອດໄພ.

ຕະຫລອດໄລຍະຫລາຍປີຜ່ານມາແຂວງຊຽງຂວາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ ສາມຄາດໝາຍບູລິມະສິດຕົ້ນຕໍຄື: ການໂຄສະນາຄວາມສ່ຽງໄພ ຈາກລະເບີດທີ່ບໍ່ທັນແຕກ ໃນພື້ນທີ່ຊຸມຊົນຕ່າງໆ; ການສໍາຫລວດ ແລະ ກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ຂອງປະຊາຊົນ ແລະ ພື້ນທີ່ພັດທະນາທີ່ຈຳເປັນຂອງແຂວງ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກບັນດາປະເທດຜູ້ທຶນ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາຕ່າງໆ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ປີ 1994 ເປັນຕົ້ນມາ. ມາເຖິງປັດຈຸບັນ ສາມາດກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງໄດ້ 18.805 ກວ່າເຮັກຕາ ເທົ່າກັບ 1,15% ຂອງເນື້ອທີ່ໃນທົ່ວແຂວງ, ສາມາດທໍາລາຍລະເບີດບໍ່ທັນແຕກໄດ້ທັງໝົດ 599.992 ໜ່ວຍ, ໃນນີ້ ມີໂບ່ມບີ່ 370.715 ໜ່ວຍ, ໂບ່ມໃຫຍ່ 530 ໜ່ວຍ, ມິ່ນ 280 ໜ່ວຍ ແລະ ສໍາພາວຸດອື່ນໆ ໄດ້ທັງ ໝົດ 228.467 ໜ່ວຍ ເຊິ່ງຂໍ້ມູນການທີ້ມລະເບີດລູກຫວ່ານ ມີປະມານ 42.103.689 ລ້ານໜ່ວຍ, ໃນນັ້ນ ມີລະເບີດທີ່ບໍ່ທັນແຕກກວມ 30% ມີປະມານ 12.630.000 ກວ່າໜ່ວຍ. ໃນປັດຈຸບັນ ຍັງສືບຕໍ່ຈັດຕັ້ງປະຕິບັດໂຄງການສຳຫລວດ ແລະ ກວດກູ້ລະເບີດ ຢູ່ບັນດາເມືອງຂອງແຂວງຊຽງຂວາງ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກລັດຖະບານ ສະຫະລັດອາເມລິກາ, ລັດຖະບານນີວຊີແລນ, ລັດຖະບານຍີປຸ່ນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ຈໍານວນໜຶ່ງ ໂດຍແມ່ນໂຄງການເກັບກູ້ລະເບີດແຫ່ງຊາດສາຂາແຂວງຊຽງຂວາງ, ອົງການເກັບກູ້ລະເບີດແມັກ, ອົງການເຈມັດ, ອົງການກອຍກາ, ອົງການເທີຣາ ແລະ ສະມາຄົມຄີວລ່າເປັນຜູ້ຈັດຕັ້ງປະຕິບັດ. ການຊ່ວຍເຫລືອດັ່ງກ່າວ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານມະນຸດສະທຳ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງໃນແຕ່ລະໄລຍະ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG 18) ຂອງລັດຖະບານ.

ໃນໂອກາດນີ້, ທ່ານຮອງເຈົ້າແຂວງ ຊຽງຂວາງ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ບັນດາ ທູດປະເທດຕ່າງໆ ແລະ ຜ່ານທ່ານໄປຍັງຜູ້ໃຫ້ທຶນຕ່າງໆ ທີ່ໄດ້ເຫັນຄວາມສຳຄັນ ແລະ ເປັນຫ່ວງເປັນໃຍ ເຊິ່ງຍາມໃດກໍໄດ້ເປັນຄູ່ຮ່ວມງານທີ່ດີ, ເອົາໃຈໃສ່ຊອກຫາທຶນມາຊ່ວຍເຫລືອ ແຂວງຊຽງຂວາງ ຕະຫລອດມາ ແລະ ຫວັງຢ່າງຫຍິງວ່າ ຈະສືບຕໍ່ສະໜັບສະໜູນຊ່ວຍເຫລືອແຂວງຊຽງຂວາງໃນຕໍ່ໜ້າ. ທັງນີ້ ກໍເພາະວ່າ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕ້ອງໄດ້ໃຊ້ເວລາຍາວນານ ແລະ ນໍາໃຊ້ງົບປະມານຫລວງຫລາຍ ເຊິ່ງໃນແຕ່ລະປີມີຄວາມຕ້ອງການກວດກູ້ລະເບີດ ອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງຢ່າງຫລວງຫລາຍ ແຕ່ຄວາມສາມາດສະໜອງຕົວຈິງ ແມ່ນຍັງຈຳກັດ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ຈາກບັນດາປະເທດຄູ່ຮ່ວມພັດທະນາຕ່າງໆຈຶ່ງຈະສາມາດແກ້ໄຂໄດ້.

ແລ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...