spot_img
Homeຂ່າວພາຍ​ໃນແຕ່ງຕັ້ງເປັນວ່າການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປືຜູ້ໃໝ່

ແຕ່ງຕັ້ງເປັນວ່າການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປືຜູ້ໃໝ່

Published on

ທ່ານ ສຸດໃຈ ກົມມະເມືອງ ໄດ້ຮັບການແຕ່ງຕັ້ງເປັນວ່າການຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ຜູ້ໃໝ່.

ໃນວັນທີ 12 ຕຸລາ 2023 ທີ່ຜ່ານມາ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ອຸດສະຫາກໍາ ແລະ ການຄ້າແຂວງ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອັດຕະປື, ມີຄະນະນຳຂອງຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ຈາກ 2 ພະແນກການ ເຂົ້າຮ່ວມ.

ໃນພິທີ ໃນນີ້ໄດ້ ແຕ່ງຕັ້ງ ສະຫາຍ ສຸດໃຈ ກົມມະເມືອງ ອາດີດເລຂາຄະນະພັກຮາກຖານ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນເລຂາຄະນະພັກຮາກຖານ, ທັງເປັນ ວ່າການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື, ພ້ອມນັ້ນ ກໍໄດ້ປະກາດແຕ່ງຕັ້ງ ສະຫາຍ ສັນຕິ ໄຊສີລືໄຊ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ຂື້ນເປັນ ຮັກສາການຫົວໜ້າ ພະແນກອຸດສະຫະກໍາ ແລະ ການຄ້າ ແຂວງ.

ຕອນທ້າຍຂອງພິທີ, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງໆ ອັດຕະປື ໄດ້ ມີຄໍາເຫັນໂອ້ລົມ, ເຊິ່ງກ່ອນອື່ນ ທ່ານ ໄດ້ກ່າວວ່າ: ການປະກາດຍົກຍ້າຍແຕ່ງຕັ້ງໜ້າທີ່ໃນຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ, ແມ່ນພາວະວິໃສຂອງຄວາມເປັນຈິງໃນຍຸກແຫ່ງການປ່ຽນແປງໃໝ່ຂອງພັກເຮົາ ເວົ້າລວມແລ້ວ ກໍເພື່ອຍົກສູງບົດບາດການນໍາພາໃນຂະແໜງການໃຫ້ມີຜົນສໍາເລັດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຄັ້ງນີ້ ຈົ່ງສືບຕໍ່ເພີ່ມທະວີການປະຕິບັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດ, ເພີ່ມທະວີຄວາມສາມັກຄີໃນໝູ່ຄະນະໃຫ້ໜັກແໜ້ນ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ພ້ອມກັນສູ້ຊົນ – ຊີ້ນໍາ ນໍາພາວຽກງານໃຫ້ປະສົບຜົນສໍາເລັດ ເພື່ອນໍາພາແຂວງອັດຕະປື ໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ ສູນຂ່າວພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...