spot_img
Homeຂ່າວພາຍ​ໃນປກສ ແຂວງອຸດົມໄຊ ຈູດທຳລາຍຢາບ້າ 2 ລ້ານກວ່າເມັດ

ປກສ ແຂວງອຸດົມໄຊ ຈູດທຳລາຍຢາບ້າ 2 ລ້ານກວ່າເມັດ

Published on

ໃນພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ (12 ຕຸລາ 2001 – 12 ຕຸລາ 2023) ທີ່ແຂວງອຸດົມໄຊໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2023 ນີ້ຢູ່ເຂດພື້ນທີ່ສະໜາມກິລາແຂວງ, ເປັນປະທານພິທີໂດຍພົຈວ ສີວອນ ໄຊຍະວົງ ກໍາມະການປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ.

ພັອ ດວງຈັນ ໄຊວຸດ ຄະນະປະຈໍາພັກ, ຮອງກອງບັນຊາການ, ຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້ ແມ່ນຢາເສບຕິດທີ່ສານປະຊາຊົນໄດ້ຕັດສິນຄະດີຢ່າງເດັດຂາດ ໃນນັ້ນ ມີເຮໂລອິນ ຈໍານວນ29,03 ກິໂລກຣາມ, ຢາບ້າ ຈໍານວນ 2.608.991 ເມັດ ນໍ້າໜັກ 306,68 ກິໂລກຣາມ, ຢາບ້າເປັນແປ້ງຝຸ່ນສີແດງຍັງບໍ່ທັນໄດ້ອັດເປັນເມັດນໍ້າຫນັກ 9,08 ກິໂລກະລາມ, ຢາໄອ້ 3 ຫໍ່, ນ້ຳໜັກ 3 ກິໂລກຣາມ,ເຄຕາມິນ ນ້ຳໜັກ 13,9 ກຣາມ, ກັນຊາອັດແຫ້ງ 1 ແທ່ງ ນໍ້າໜັກ 1 ກິໂລກຣາມ, ແປ້ງຝຸ່ນ ຈໍານວນ 142,69 ກິໂລກຣາມ, ນໍ້າຢາເຄມີ 6 ແກ້ດ, ສີປະສົມອາຫານ 3 ເປົາ ແລະ ຖົງຢາງໃສ່ຢາບ້າ (ຖົງເປົ່າ) ຈໍານນວນ 5 ເປົ້າ ນ້າ ໜັກ 89,8 ກິໂລກຣາມ,ຢາຝິ່ນ ນໍ້າຫນັກ 11 ກິໂລກຣາມ ແລະ ເປືອກຫມາກຝິ່ນ ນໍ້າຫນັກ 17 ກິໂລກຣາມ, ພ້ອມນີ້ຍັງໄດ້ຍົກໃຫ້ຮູ້ເຖິງສະພາບການລະບາດຂອງຢາເສບຕິດທີ່ແຜ່ລາມຢ່າງກ້ວາງຂວາງ ຈາກຕົວເມືອງ ໄປສູ່ ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ທັງເປັນອຸປະສັກກົດໜ່ວງຖ່ວງດຶງການສ້າງ ສາພັດທະນາປະເທດຊາດ ນຳເອົາຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.

ດັ່ງນັ້ນ ເພື່ອເຮັດໃຫ້ການຄວບຄຸມ, ສະກັດກັ້ນ ແລະ ຕ້ານ ບັນຫາຢາເສບຕິດ ໃຫ້ມີປະສິດທິພາບ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ ຄວນເອົາໃຈໃສ່ບາງບັນຫາສຳຄັນ ເປັນຕົ້ນແມ່ນ: ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕ້ອງຢູ່ໃຕ້ການຊີ້ນຳ-ນຳພາ ໂດຍກົງ, ຮອບດ້ານ ແລະ ເດັດຂາດ ຂອງພັກ ແລະ ຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຖືເອົາການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນໜ້າທີ່ອັນຮີບດ່ວນ, ປະຈັນບານ ໃນສະເພາະໜ້າ ແລະ ຍາວນານ ຂອງກຳລັງປ້ອງກັນຄວາມສະຫງົບ ໂດຍປະສານສົມທົບກັບຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນຕະຫຼອດຮອດຄອບຄົວ ແລະ ທຸກຊັ້ນຄົນໃນສັງຄົມ ບັນຫາສຳຄັນ ແມ່ນການເພີ່ມທະວີວຽກງານໂຄ ສະນາ, ປຸກລະດົມທຸກຊັ້ນຄົນໃນສັງຄົມ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງແຂງແຮງ, ປະກອບອຸປະກອນເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຈຳເປັນເພື່ອຮັບໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

ໃນພິທີໄດ້ມອບໃບສົມມະນາຄຸນໃຫ້ແກ່ຫົວໜ່ວຍນັກທຸລະກິດທີ່ໃຫ້ການຊຸກຍູ້ອຸປະຖໍາທາງດ້ານວັດຖຸປັດໃຈເຂົ້າໃນວຽກງານປ້ອງກັນຄວາມສະຫງົບແຂວງຈໍານວນ 6 ຫົວໜ່ວຍທຸລະກິດ, ຈາກນັ້ນກໍ່ໄດ້ດໍາເນີນການຈູດທໍາລາຍຢາເສບຕິດຈໍານວນດັ່ງກ່າວຢ່າງເປັນທາງການໂດຍມີພາກສ່ວນຕ່າງໆເຂົ້າຮ່ວມ.

ແຫຼ່ງຂ່າວ ຂ່າວ ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...