spot_img
Homeຂ່າວຕ່າງປະເທດຟິລິບປິນ ອົບພະຍົບປະຊາຊົນ ໜີພາຍຸຮາກູປິດ

ຟິລິບປິນ ອົບພະຍົບປະຊາຊົນ ໜີພາຍຸຮາກູປິດ

Published on

p1_12

ທາງການຟິລິບປິນ ເລີ່ມອົບພະຍົບປະຊາຊົນອອກຈາກທີ່ສ່ຽງໄພພາຍຸຮາກູປິດ ທີ່ອາດຈະພັດຖະຫລົ່ມຊາຍຝັ່ງ

ດ້ານຕາເວັນອອກຂອງປະເທດໃນໄວໆນີ້.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວານີ້ວ່າ ພາຍຸໄຕ້ຝຸ່ນຮາກູປິດ ຈະເຄື່ອນມາທາງພາກຕາເວັນຕົກ

ສ່ຽງເໜືອ ເຂົ້າສູ່ພື້ນທີ່ທາງພາກຕາເວັນອອກຂອງເມືອງວິສະຍາ ປະເທດຟິລິບປິນ ເຊິ່ງເປັນພື້ນທີ່ທີ່ເຄີຍໄດ້ຮັບ

ຜົນກະທົບຈາກພາຍຸໄຫໜານ ເມື່ອປີທີ່ຜ່ານມາ, ລ່າສຸດທາງການໄດ້ເລີ່ມກຽມອົບພະຍົບປະຊາຊົນອອກຈາກພື້ນ

ທີ່ສ່ຽງໄພແລ້ວ ໂດຍພາຍຸລູກດັ່ງກ່າວນີ້ ຈະມີຄວາມໄວລົມຢູ່ທີ 140 ກິໂລແມັດຕໍ່ຊົ່ວໂມງ ແລະ ສາມາດເພີ່ມຄວາມ

ໄວຂຶ້ນສູງເຖິງ 170 ກິໂລແມັດຕໍ່ຊົ່ວໂມງ ຫາກບໍ່ມີການປ່ຽນແປງເສັ້ນທາງໄປຍັງປະເທດຍີ່ປຸ່ນແລ້ວ ຈະເຮັດໃຫ້ພາ

ຍຸລູກດັ່ງກ່າວ ສົ່ງຜົນໃຫ້ເກີດດິນຖະຫລົ່ມໃນພື້ນທີ່ເມືອງວິສາຍາໄດ້.

 

ທັງນີ້, ອິດທິພົນຈາກພາຍຸຮາກຸປິດ ຈະສົ່ງຜົນໃຫ້ນ້ຳທະເລສູງຂຶ້ນໄດ້ເຖິງ 4 ແມັດ ເຊິ່ງສູງເທົ່າກັບຕຶກ 1 ຊັ້ນ ແລະ

ເປັນອັນຕະລາຍຕໍ່ປະຊາຊົນ.

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...