spot_img
Homeຂ່າວພາຍ​ໃນໄລຍະ 8 ເດືອນ ປີ 2023 ອຸດົມໄຊສາມາດເກັບພາສີ-ອາກອນ ລົດໃຫຍ່ 46,47 ຕື້ກີບ

ໄລຍະ 8 ເດືອນ ປີ 2023 ອຸດົມໄຊສາມາດເກັບພາສີ-ອາກອນ ລົດໃຫຍ່ 46,47 ຕື້ກີບ

Published on

ອີງຕາມບົດລາຍງານຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດ ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ ຢູ່ແຂວງອຸດົມໄຊ ຕໍ່ກັບກອງປະຊຸມ ອົງການປົກຄອງແຂວງອຸດົມໄຊ ໃນວັນທີ 4 ກັນຍາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ຈາກ ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ໄດ້ລາຍງານ ຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ ຢູ່ ແຂວງອຸດົມໄຊ ເປັນຕົ້ນແມ່ນ ການປັບໃໝ, ການເຄື່ອນໄຫວລາດຕະເວນ, ລົງກວດກາຢູ່ບັນດາຮ້ານຂາຍລົດຕາມພາລະບົດບາດຂອງເຈົ້າໜ້າທີ່ພາສີ, ກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ມີພາຫະນະໄວ້ຄວບຄອງທີ່ຍັງບໍ່ໄດ້ເສຍພາສີ-ອາກອນຕາມລະບຽບກົດໝາຍ ເປັນບ່ອນອີງ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ, ການແກ້​ໄຂ​ລົດ​ນຳ​ເຂົ້າ​ບໍ່​ຖືກ​ຕ້ອງ (ລົດເຖື່ອນ) ພາຍຫຼັງທີ່ໝົດໄລຍະການຜ່ອນຜັນແຈ້ງເສຍພາສີ ແມ່ນໄດ້ເຂັ້ມງວດ ຕິດຕາມ, ກວດກາ, ດຳເນີນການເສຍພາສີຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍກຳນົດ ແລະ ວາລະແຫ່ງຊາດກຳນົດໄວ້ຕາມຄຳສັ່ງຂອງທ່ານນາຍົກ ເລກທີ 20 ແລະ ຂໍ້ຕົກລົງຂອງແຂວງ ເລກທີ 132 ເຊິ່ງເລີ່ມແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ສິງຫາ 2023 ເຫັນໄດ້ວ່າ ຈໍານວນລົດທີ່ມາແຈ້ງເສຍພາສີ-ອາກອນ ທັງໝົດ 626 ຄັນ, ມີລົດທີເສຍພາສີ-ອາກອນແລ້ວ ຈຳນວນ 587 ຄັນ, ເຊີ່ງສາມາດຈັດເກັບລາຍຮັບໄດ້ທັງໝົດ 46,47 ຕື້ກີບ, ໃນນີ້ ມີເງິນປັບໃໝທັງໝົດ 21,48 ຕື້ກີບ.

ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ ເຖິງແມ່ນວ່າເອົາໃຈໃສ່ແກ້ໄຂດ້ວຍຄວາມພະຍາຍາມສູງສຸດ ຈົນເຮັດໃຫ້ລາຍຮັບສູນກາງໄດ້ເກີນແຜນໃນ 8 ເດືອນ 45,21%, ແຕ່ສະພາບຕົວຈິງຍັງພົບເຫັນລົດ ນຳເຂົ້າມາບໍ່ຖືກຕ້ອງ ຢູ່ແຂວງເຮົາຍັງມີຫຼາຍ.

ຍັງບໍ່ມີນິຕິກຳ ທີ່ເປັນອັນສະເພາະຂອງແຂວງ ໂດຍການກຳນົດມາດຕະການຕໍ່ຜູ້ລະເມີດ ທີ່ເປັນບ່ອນອີງໃນການຕັ້ງປະຕິບັດແກ້ໄຂ ຈື່ງເຮັດໃຫ້ການປະຕິບັດຂອງເຈົ້າໜ້າທີ່ຖືກແຕ່ງຕັ້ງບໍ່ມີສິດ ແລະ ບໍ່ສາມາດດຳເນີນແກ້ໄຂເດັດຂາດໄດ້, ບັນດາລົດນຳເຂົ້າບໍ່ຖືກຕ້ອງ ແມ່ນບໍ່ໄດ້ນຳມາວາງຂາຍຢູ່ຮ້ານຂາຍລົດ ສ່ວນຫຼາຍແມ່ນຢູ່ເຮືອນປະຊາຊົນ, ບຸກຄົນເປັນຜູ້ຄອບຄອງ ແລະ ມີການລັກລອບ ຊື້-ຂາຍລົດ ດ້ວຍຮູບການຕິດຕໍ່ພົວພັນທາງອອນລາຍ ແລະ ມີບ່ອນເກັບເຊື່ອງລົດຈໍານວນດັ່ງກ່າວໄວ້ຕ່າງຫາກ ຈື່ງເຮັດໃຫ້ເຈົ້າໜ້າທີ່ຖືກແຕ່ງ ຕັ້ງບໍ່ສາມາດເຂົ້າໄປກວດກາໄດ້ຍ້ອນຕາມກົດໝາຍແລ້ວສະຖານທີ່ສິດສ່ວນຕົວຂອງບຸກຄົນຖ້າຈະເຂົ້າໄປຕ້ອງມີໃບອະນຸຍາດກວດຄົ້ນຂອງພາກສ່ວນທີ່ກ່ຽວຂ້ອງ, ສຳລັບລົດນຳເຂົ້າສ່ວນຫຼາຍແມ່ນນຳເຂົ້າໃນຮູບແບບນັກທ່ອງທ່ຽວ ນຳເຂົ້າທາງດ່ານສາກົນບໍ່ເຕ່ນ ແຕ່ເວລານຳອອກແມ່ນບໍ່ໄດ້ນຳອອກດ່ານທີ່ນຳເຂົ້າ ແຕ່ໄປອອກດ່ານສາກົນອື່ນ ( ບໍ່ອອກດ່ານຕົ້ນທາງທີ່ນຳເຂົ້າ ) ຈື່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການສົມທຽບຂໍ້ມູນ, ການກວດກາຂອງເຈົ້າໜ້າທີ່ຕຳຫຼວດຢູ່ຕາມເສັ້ນທາງ ກໍລະນີພົບເຫັນລົດນຳເຂົ້າບໍ່ຖືກຕ້ອງ ແມ່ນບໍ່ສາມາດກັກ ຫຼື ຢຶດລົດດັ່ງກ່າວໄວ້ໄດ້.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...