spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດ! ຂັບລົດເກາະເຊືອກຄວາຍລົ້ມເສຍຊີວິດ

ອຸບັດຕິເຫດ! ຂັບລົດເກາະເຊືອກຄວາຍລົ້ມເສຍຊີວິດ

Published on

ເມື່ອວັນທີ30 ສິງຫາ 2023 ທີ່ຜ່ານມາ, ເກີດເຫດຄົນຂີ່ລົດຈັກແລ້ຄໍເກາະກັບເຊື້ອຄວາຍເຮັດໃຫ້ລົດລົ້ມ ເສຍຊີວິດ ທີ່ເມືອງຈຳພອນ ແຂວງສະຫວັນນະເຂດ.

ຕາມການລາຍງານເບື້ອງຕົ້ນ ຜູ້ເສຍຊີວິດຊື່ວ່າ: ນາງນົກນ້ອຍ ເປັນຄົນບ້ານດອນເຄັງ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ເດີນທາງໄປສັ່ງໃຫ້ຄົນ ບ້ານໂຄກເລາະ ເມືອງຈຳພອນ ໃຫ້ກ່ຽວຫຍ້າໃຫ້ເພື່ອເອົາໄປໃຫ້ສັດລ້ຽງ ແຕ່ມີເຫດການບໍ່ຄາດຄິດຄືມີຄົນລ້ຽງຄວາຍໄປມັດຄວາຍໄວ້ແຄມທາງລະຫວ່າງ ບ້ານເຫຼົ່າຫົວຄຳ ຫາ ບ້ານໂຄກເລາະ ຄາດວ່າຄວາຍອາດຈະຕື່ນຕົກໃຈສຽງລົດຈັກທີ່ນາງນົກນ້ອຍຂັບໄປເລີຍເຮັດຄວາຍແລ່ນໄປອີກຝັ່ງຂອງຖະຫນົນ.

ເຮັດໃຫ້ເຊືອກທີ່ມັດໄວ້ນັ້ນຕຶງພ້ອມກັນນັ້ນຄົນມັດເຊືອກຄວາຍມັດໄວ້ສູງເລີຍເຮັດລົດຂອງນາງນົກນ້ອຍທີ່ແລ່ນຜ່ານມາແລ້ວເຊືອກຄວາຍດັ່ງກວ່າ ງັດເຂົ້າລະຫວ່າງຊອກຄໍພໍດີເລີຍເຮັດໃຫ້ລົດລົ້ມຖະໄຫລໄປເຖີງ16m ອາການບາດເຈັບສາຫັດຮັບກັບບາດແຜບໍ່ໄຫວເລີຍຈາກໂລກນີ້ໄປຢ່າງສະຫງົບ.

(ຂໍສະແດງຄວາມເສຍໃຈໄປຍັງຄອບຄົວຜູ້ເສຍຊີວິດມານະທີ່ນີ້ດ້ວຍ)

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...