spot_img
Homeຂ່າວຕ່າງປະເທດໄທບັງຂັບໃຊ້ ຄົນນັ່ງເບາະຫຼັງຕ້ອງໃສ່ສາຍຮັດນິລະໄພ

ໄທບັງຂັບໃຊ້ ຄົນນັ່ງເບາະຫຼັງຕ້ອງໃສ່ສາຍຮັດນິລະໄພ

Published on

ໃຜທີ່ຈະເດີນທາງໄປໄທນັບຕັ້ງແຕ່ ວັນທີ 5 ກັນຍາ ເປັນຕົ້ນໄປ ທຸກຄົນໃນລົດຕ້ອງໃສ່ສາຍຮັດນິລະໄພ.

ໄທອອກກົດໝາຍຄວາມປອດໄພທີ່ກຳນົດໃຫ້ຜູ້ໂດຍສານທຸກບ່ອນນັ່ງຕ້ອງຄາດສາຍຮັດນິລະໄພ ແລະ ການຕິດຕັ້ງບ່ອນນັ່ງສຳລັບເດັກ ເປັນອຸປະກອນທີ່ສຳຄັນທີ່ປະຊາຊົນຕ້ອງເອົາໃຈໃສ່່.

ເຊິ່ງໃນວັນທີ 5 ກັນຍາ 2022 ນີ້ ພ.ຣ.ບ.ຈະລາຈອນທາງບົກ ຂອງໄທ ສະບັບດັ່ງກ່າວ ຈະມີຜົນບັງຄົບໃຊ້ທາງກົດໝາຍແລ້ວ ໃນການຂັບລົດ ຜູ້ຂັບຂີ່ ແລະ ຜູ້ໂດຍສານທຸກບ່ອນນັ່ງຈະຕ້ອງຄາດສາຍຮັດນິລະໄພຢູ່ຕະຫຼອດເວລາທີ່ຢູ່ໃນລົດ.

ແຕ່ຖ້າມີບັນຫາສຸຂະພາບບໍ່ສາມາດຮັດຮ່າງກາຍດ້ວຍສາຍຮັດນິລະໄພໄດ້ ບໍ່ຈຳເປັນຕ້ອງຄາດ ແຕ່ຕ້ອງມີວິທີປ້ອງກັນອັນຕະລາຍໃນກໍລະນີເກີດອຸບັດຕິເຫດ.

ທັ້ງນີ້ ການປັບໄໝ ສຳລັບການບໍ່ຄາດສາຍຮັດນິລະໄພ ຈະຖືກປັບໃໝບໍ່ເກີນ 2.000 ບາດ ຫຼື ປະມານ 1.200.000 ກີບ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...