spot_img
Homeຂ່າວຕ່າງປະເທດໂດນັລ ທຣັມ ເຂົ້າມອບຕົວໃນຄະດີອາຍາເປັນຄັ້ງທີ 4 ໃນປີນີ້

ໂດນັລ ທຣັມ ເຂົ້າມອບຕົວໃນຄະດີອາຍາເປັນຄັ້ງທີ 4 ໃນປີນີ້

Published on

ໂດນັລ ທຣັມ ອະດີດປະທານາທິບໍດີ ໄດ້ເດີນທາງໄປເຮືອນຈຳໃນເມືອງແອັດແລນຕາ ລັດຈໍເຈຍ ສະຫະລັດອາເມຣິກາ ໃນວັນທີ 24 ສິງຫາ 2023 ເພື່ອເຂົ້າມອບຕົວ ພາຍຫຼັງຖືກຟ້ອງໃນຂໍ້ຫາກ່ຽວກັບການພະຍາຍາມລົ້ມລ້າງຜົນການນັບຄະແນນເລືອກຕັ້ງປະທານາທິບໍດີໃນລັດຈໍເຈຍປີ 2020.

ຕາມຄຳຟ້ອງສານ ໄດ້ລະບຸວ່າ ທຣັມ ຖືກກ່າວຫາເປັນຜູ້ນຳກຸ່ມອາຊະຍາກຳເຊິ່ງເປັນສ່ວນໜຶ່ງຂອງຜູ້ຮ່ວມຂະບວນການ ເພື່ອປ່ຽນແປງຜົນການເລືອກຕັ້ງໃນລັດຈໍເຈຍທີ່ ທຣັມ ໄດ້ຄະແນນໜ້ອຍກວ່າ ໂຈ ໄບເດັນ ຄູ່ແຂ່ງຈາກພັກເດໂມແຄຣດ.

ມີລາຍງານວ່າ ທຣັມ ໄດ້ພິມລາຍນິ້ວມື ຖ່າຍຮູບປະຫວັດຜູ້ຖືກຫາ ແລະ ຢູ່ໃນຄຸກເປັນເວລາ 20 ນາທີ ກ່ອນທີ່ຈະຖືກປະກັນຕົວອອກໄດ້ ດ້ວຍຫຼັກຊັບປະກັນ 200.000 ໂດລາ ຫຼື ປະມານ 4 ຕື້ກີບ ພ້ອມທັງສັນຍາວ່າຈະບໍ່ສະແດງພຶດຕິກຳທີ່ເປັນການຂົ່ມຂູ່ພະຍານ ແລະ ຈຳເລີຍອື່ນໆອີກ 18 ຄົນ.

ການຍອມຈຳນົນຂອງທຣັມໃນຈໍເຈຍ ຖືເປັນຄັ້ງທີ 4 ໃນປີນີ້ ເຊິ່ງໄດ້ມອບຕົວຕໍ່ເຈົ້າໜ້າທີ່ທ້ອງຖິ່ນ ຫຼື ລັດຖະບານກາງ ພາຍຫຼັງມີການຕັ້ງຂໍ້ຫາທາງອາຍາຕໍ່ເຂົາ ເຊິ່ງເປັນເຫດການທີ່ບໍ່ເຄີຍພົບເຫັນໃນສະຫະລັດອາເມຣິກາ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...