spot_img
Homeຂ່າວຕ່າງປະເທດອິນເດຍເປີດໂຕຜູ້ປະກາດຂ່າວທີ່ເວົ້າໄດ້ 72​ພາສາ

ອິນເດຍເປີດໂຕຜູ້ປະກາດຂ່າວທີ່ເວົ້າໄດ້ 72​ພາສາ

Published on

ອິນເດຍກຳລັງກ້າວໜ້າທີ່ສຸດ ພາຍຫຼັງສ້າງຜູ້ປະກາດຂ່າວປັນຍາປະດິດ AI ຈຶ່ງເຮັດໃຫ້ເກີດຄວາມໜ້າສົນໃຈຕໍ່ມວນຊົນ ແລະ ຄວາມກັງວົນ ທີ່ອາດສົ່ງຜົນກະທົບຕໍ່ສາຍອະຊີບນັກຂ່າວ.

ຜູ້ປະກາດຂ່າວ AI ຄົນທຳອິດຂອງ Odisha TV ຊື່ Lisa ເຮັດໃຫ້ສັງຄົມມີສອງຄວາມຄິດເຫັນເຊັ່ນ ກຸ່ມໜຶ່ງກໍຕື່ນເຕັ້ນໃນການນຳໃຊ້ລະບົບເຕັກໂນໂລຊີທີ່ຈະມາແທນທີ່ນັກຂ່າວ ສ່ວນຄົນອີກກຸ່ມໜຶ່ງກໍເຫັນວ່າ ການໃຊ້ AI ມາແທນຄົນໃນການອ່ານຂ່າວ ເຮັດໃຫ້ການເບິ່ງຂ່າວນັ້ນໜ້າເບື່ອ ຍ້ອນໂຕ AI ນັ້ນບໍ່ມີອາລົມ ບໍ່ສາມາດສະແດງຄວາມຮູ້ສຶກໄດ້ຄືກັບຄົນ ເຊິ່ງຕ່າງຈາກການອ່ານຂ່າວແບບເກົ່າ.

ຢ່າງໃດກໍຕາມ AI ຊ່ວຍຫຼຸດຄ່າໃຊ້ຈ່າຍລົງຫຼາຍ ເຮັດໃຫ້ຂະບວນການອອກອາກາດມີປະສິດທິພາບຫຼາຍຂຶ້ນ ນອກນີ້ຍັງບໍ່ມີການໃຊ້ອາລົມສ່ວນໂຕລົງໄປໃນຂ່າວ ແລະ AI ຍັງສາມາດປະມວນຂໍ້ມູນຈຳນວນຫຼາຍໄດ້ໄວ ສົ່ງຂ່າວສານເປັນພາສາຕ່າງໆ.

ຕອນນີ້ ກໍຍັງມີທ່າອ່ຽງທີ່ຈະເນັ້ນການໃຊ້ AI ຫຼາຍຂຶ້ນໃນຫ້ອງຂ່າວ ເຊິ່ງການສຳຫຼວດຫຼ້າສຸດພົບວ່າ ເກືອບເຄິ່ງໜຶ່ງຂອງສຳນັກຂ່າວທົ່ວໂລກໃຊ້ເຄື່ອງມື AI ຢູ່ແລ້ວ ແລະ ຄາດວ່າຍັງມີເພີ່ມຂຶ້ນອີກ.

ແຫຼ່ງຂ່າວ Nikkei Asia

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...