Homeຂ່າວຕ່າງປະເທດຜູ້ໂດຍສານສາຍການບິນໃນຈີນໄດ້ຮັບບາດເຈັບ ເນື່ອງຈາກບໍ່ໃສ່ສາຍຮັດນິລະໄພ

ຜູ້ໂດຍສານສາຍການບິນໃນຈີນໄດ້ຮັບບາດເຈັບ ເນື່ອງຈາກບໍ່ໃສ່ສາຍຮັດນິລະໄພ

Published on

ອີງຕາມເວັບໄຊ້ຂ່າວ China Daily ໃນວັນທີ 11 ກໍລະກົດ 2023 ຜ່ານມານີ້ວ່າ: ເກີດເຫດເຮືອບິນໂດຍສານຈີນຕົກຂຸມອາກາດ ເຮັດໃຫ້ຜູ້ໂດຍສານບາງຄົນທີ່ບໍ່ໄດ້ໃສ່ສາຍຮັດນິລະໄພ ເຮັດໃຫ້ພົ້ງຂຶ້ນ ແລະ ຫົວຕຳເພດານຂອງຫ້ອງໂດຍສານ ເຮັດໃຫ້ຜູ້ໂດຍສານກີດຮ້ອງດ້ວຍຄວາມຕື່ນຕົກໃຈ ແລະ ຜູ້ໂດຍສານ 1 ຄົນກັບພະນັກງານຕ້ອນຮັບ 1 ຄົນໄດ້ຮັບບາດເຈັບ.

ທາງດ້ານການບິນ Air China ໄດ້ອອກມາຢືນຢິນວ່າ: ເຫດການດັ່ງກ່າວເກີດຂຶ້ນເທິງເຮືອບິນໂດຍສານ Air China ຖ້ຽວບິນ ” CA1524″ ເຊິ່ງເປັນຖ້ຽວບິນພາຍໃນປະເທດ ຈາກຊຽງໄຮ້ ໄປປັກກິ່ງ ເມື່ອວັນຈັນ ທີ 10 ກໍລະກົດ 2023 ທີ່ຜ່ານມາ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....