spot_img
Homeຂ່າວຕ່າງປະເທດກຳປູເຈຍພົບປາຄ່າເກີດໃໝ່ເປັນໂຕທີ 5 ໃນປີນີ້

ກຳປູເຈຍພົບປາຄ່າເກີດໃໝ່ເປັນໂຕທີ 5 ໃນປີນີ້

Published on

ກຳປູເຈຍ ຢືນຢັນພົບປາຄ່າເກີດໃໝ່ ລອຍນ້ຳຄຽງຂ້າງກັບຝູງປາຄ່າ ເຊິ່ງພົບປາຄ່າເກີດໃໝ່ເປັນໂຕທີ 5 ໃນປີ 2023.

ໃນວັນທີ 9 ກໍລະກົດ 2023 ປະເທດກຳປູເຈຍພົບປາຄ່າອິລະວະດີ (Irrawaddy) ເກີດໃໝ່ ທີ່ມີອາຍຸປະມານ 10 ມື້ ຖືກພົບໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພທາງນ້ຳ ແລະ ເຮືອທ່ອງທ່ຽວໃນວັນສຸກທີ່ຜ່ານມານີ້ ບໍລິເວນແຫຼ່ງປາຄ່າກຳປີ ໃນນ້ຳຂອງ ແຂວງກະແຈະ ທາງຕະເວັນອອກສຽງເໜືອຂອງກຳປູເຈຍ.

ກົມຄຸ້ມຄອງການປະມົງຂອງກຳປູເຈຍຄາດວ່າ ມີປາຄ່າອິລະວະດີ ປະມານ 90 ໂຕ ອາໄສຢູ່ນ້ຳຂອງ ບໍລິເວນແຂວງກະແຈະ ແລະ ແຂວງສະຕຣຶງແຕຣງ ປະເທດກຳປູເຈຍ ທີ່ໃກ້ກັບແຂວງຈຳປາສັກ ພາກໃຕ້ຂອງປະເທດລາວ.

ປາຄ່າອິລະວະດີ ຖືກຈັດເປັນສັດໃກ້ສູນພັນຂັ້ນວິກິດຂອງອົງການລະຫວ່າງປະເທດເພື່ອການອະນຸລັກທຳມະຊາດ ຕັ້ງແຕ່ປີ 2004.

ແຫຼ່ງຂ່າວ Xinhua

ບົດຄວາມຫຼ້າສຸດ

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...